ປະທານາທິບໍດີ ຢູແກຼມ ຜູ້ຖືກປົດຕຳແໜ່ງຈັດການປະຊຸມຂ່າວຢູ່ລັດເຊຍ

ປະທານາທິບໍດີ ຢູແກຼມ ຜູ້ຖືກປົດຕຳແໜ່ງຈັດການປະຊຸມຂ່າວຢູ່ລັດເຊຍ - ảnh 1
ປະທານ​ນາ​ທິບໍດີຜູ້ຖືກປົດ​ຕຳ​ແໜ່​ງ ຢູ​ແກຼມ Viktor Yanukovich
(ພາບ: AFP)


(vovworld) - ວັນ​ທີ 28/02, ​ປະທານ​ນາ​ທິບໍດີຜູ້ຖືກປົດ​ຕຳ​ແໜ່​ງ ຢູ​ແກຼມ Viktor Yanukovich ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ຢູ່​ລັດ​ເຊຍ. ບັນດາ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ ທ່ານ Viktor Yanukovich ຈະ​ຈັດການ​ປະຊຸມ​ຂ່າວ​ຢູ່​ເຂດ Rostov on Don ​ໃນ​ເວລາ 17 ໂມງຂອງ​ວັນ​ທີ 28/02 (ຕາມ​ເວລາ​ທ້ອງ​ຖິ່ນ). ທ່ານ Viktor Yanukovich ​ໄດ້​ເດີນທາງ​ອອກ​ຈາກ​ນະຄອນຫຼວງ ກີ​ແອບ ພາຍຫຼັງ​ 2 ອາທິດ​ທີເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ​ນອງ​ເລືອດ ​ໃນ​ສະພາບ​ຂາດ​ສະຖຽນ​ລະ​ພາບທີ່​ເກີດ​ຂຶ້ນ​ເມື່ອ​ເດືອນ 11/2013 ຢູ່​ຢູ​ແກຼນສິ້ນ​ສຸດ​ລົງ.

        ກ່ອນ​ນັ້ນ, ບັນດາ​ສະມາ​ຊິກສະພາ​​ແຫ່ງ​ຊາດຂອງ​ອູ​ແກຼນ ​ໄດ້​ປ່ອນ​ບັດປົດ​ຕຳ​ແໜ່ງປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​ແລະ ຮັບຮອງ​ເອົາ​ມະຕິ​ມອບ​ໂອນ​ສິດ​ອຳນາດ​ຂອງ​ປະທານາທິບໍດີ Yanukovich ​ໃຫ້​ທ່ານປະທານ​ສະພາ​ແຫ່ງ​ຊາດ Alexandre Tuchinov.  ​ໃນ​ວາລະ​ປະຊຸມ​ເມື່ອ​ວັນ​ທີ 27/02, ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ຂໍ້​ສະ​ເໜີ​ທ່ານ Arseny Yatsenyuk ​ເປັນ​ນາຍົກລັດຖະມົນຕີຊົ່ວຄາວ ​ແລະ ອະນຸມັດ​ຜ່ານ​ຄະນະສະມາຊິກລັດຖະບານ​​ໃໝ່​ຂອງ​ປະ​ເທດ​ນີ້. ​ໃນ​ບົດ​ກ່າວ​ປາ​ໄສ​ທຳ​ອິດ​ຕໍ່​ສະພາ​ແຫ່ງ​ຊາດ, ທ່ານ​ນາ​ຍົກ​ລັດຖະມົນຕີ​ຊົ່ວຄາວ Yatsenyuk, ອະດີດ​ລັດຖະມົນຕີ​ກະຊວງ​ເສດຖະກິດ ຖະ​ແຫຼ​ງວ່າ ຈະ​ປະຕິບັດ​ບັນດາ​ມາດ​ຕະການ​ພິ​ເສດ​​ເພື່ອ​ເຮັດ​ໃຫ້​ຢູແກຼນ ຫຼຸດ​ພົ້ນ​ອອກ​ຈາກ​ສະພາບ​ວິ​ກິດ​ການ​ດ້ານ​ເສດຖະກິດ​ຢ່າງ​ຮ້າຍ​ແຮງ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ