ປະທານາທິບໍດີ ລັດເຊຍ ຈະອ່ານສານສະຫະພັນໃນວັນທີ 20 ກຸມພາ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ V.Putin ຈະອ່ານສານປະຈຳປີຕໍ່ໜ້າສະພາສູງ ລັດເຊຍ ໃນວັນທີ 20 ກຸມພາ ຈະມາເຖິງ.

ວັນທີ 08 ກຸມພາ, ທ່ານ D.Peskov ເວຂາຮັບຜິດຊອບສື່ມວນຊົນຂອງທ່ານປະທານາທິບໍດີ V.Putin ໃຫ້ຮູ້ວ່າ: ປັດຈຸບັນ ສະຖານທີ່ດຳເນີນເຫດການດັ່ງກ່າວ ຍັງບໍ່ທັນໄດ້ຮັບການກຳນົດເທື່ອ ແຕ່ທ່ານປະທານາທິບໍດີ V.Putin ພວມຮຽບຮຽງເນື້ອໃນຂອງສານ ແລະ ຫ້ອງວ່າການຂອງປະທານາທິບໍດີ, ບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມການກະກຽມ.

        ສານສະຫະພັນແມ່ນເອກະສານດ້ານການເມືອງ - ນິຕິກຳ, ສະແດງໃຫ້ເຫັນວິໄສທັດກ່ຽວກັບບັນດາການກຳນົດທິດຍຸດທະສາດພັດທະນາຂອງປະເທດ ລັດເຊຍ ໃນອະນາຄົດໃກ້ໆນີ້. ເນື້ອໃນລວມມີ ສະພາບການການເມືອງ, ເສດຖະກິດ ແລະ ລະບົບແນວຄວາມຄິດ, ກໍ່ຄືບັນດາຂໍ້ສະເໜີລະອຽດກ່ຽວກັບວຽກງານນິຕິບັນຍັດຂອງລັດຖະສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ