ປະທານາທິບໍດີ ອາເມລິກາ ຮຽກຮ້ອງຄະນະລັດຖະບານສະກັດກັ້ນການປະທະກັນ, ຊຸກຍູ້ການຮ່ວມມືກັບ ລັດເຊຍ

(VOVWORLD) - ວັນທີ 19 ຕຸລາ, ທ່ານ H.R. McMaster ທີ່ປຶກສາດ້ານປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ ໃຫ້ຮູ້ວ່າ:
ປະທານາທິບໍດີ ອາເມລິກາ ຮຽກຮ້ອງຄະນະລັດຖະບານສະກັດກັ້ນການປະທະກັນ, ຊຸກຍູ້ການຮ່ວມມືກັບ ລັດເຊຍ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump  ພາບ: AFP/TTXVN

ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງໃຫ້ຄະນະລັດຖະບານສະກັດກັ້ນການປະທະກັນກັບ ລັດເຊຍ ແລະ ຊຸກຍູ້ການຮ່ວມມື 2 ຝ່າຍ. ກ່າວຄຳເຫັນທີ່ ວໍຊິງຕັນ , ທ່ານ H.R. McMaster ຊີ້ແຈ້ງວ່າ: ທ່ານປະທານາທິບໍດີ Donald Trump ໄດ້ຊີ້ນຳ “ຢ່າງຈະແຈ້ງ” ກ່ຽວກັບການພົວພັນກັບ ລັດເຊຍ. ຕາມນັ້ນແລ້ວ, ເຖິງວ່າມີທັດສະນະຢ່າງແຂງກະດ້າງຢູ່ເຂດຕາເວັນອອກກາງ ແລະ ຢູແກຼນ ກໍ່ຕາມ ແຕ່ທ່ານປະທານາທິບໍດີ Donald Trump ຢາກຮັບປະກັນການສະກັດກັ້ນ ໂດຍບໍ່ວ່າການປະທະກັນໃດໆ ກັບລັດເຊຍ ກໍ່ຄືຊຸກຍູ້ບັນດາຂົງເຂດຮ່ວມມືກັບ ມົດສະກູ. ທ່ານ McMaster  ຖືວ່າ: ມີຫລາຍຂົງເຂດ ຊຶ່ງ ອາເມລິກາ ແລະ ລັດເຊຍ ສາມາດຮ່ວມມືເພື່ອຜົນປະໂຫຍດລວມ, ຕົວຢ່າງຄືໃນບັນຫາ ສປປ.ເກົາຫຼີ. ຕາມທ່ານ McMaster ແລ້ວ, ລັດເຊຍ ອາດຈະສວມບົດບາດຢ່າງຕັ້ງໜ້າ ດ້ວຍການນຳໃຊ້ຜົນສະທ້ອນຂອງຕົນ ເຂົ້າໃນການສົມທົບບັ້ນຮົບຂອງສາກົນ ເພື່ອແນໃສ່ເພີ່ມຂຶ້ນຄວາມດັນຕໍ່ ສປປ.ເກົາຫຼີ, ບັງຄັບປະເທດນີ້ ຕ້ອງປ່ຽນແປງແນວທາງ, ຖືນີ້ແມ່ນໂອກາດສຸດທ້າຍ ເພື່ອ “ຫລີກລ້ຽງຜົນຮ້າຍຢ້ອນຫລັງທີ່ຮ້າຍແຮງທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ