ທ່ານປະທານສູນກາງແນວໂຮມປະເທດຊາດ ຮິງດາມ
(ພາບ:baogialai.vn)
(VOV)- ໂດຍສືບຕໍ່ການຢ້ຽມຢາມອິນເດຍ, ຕອນບ່າຍວັນທີ 7/12, ຄະນະຜູ້ແທນຂັ້ນສູງຄະນະກຳມະການສູນກາງແນວໂຮມປະເທດຊາດ ໂດຍທ່ານປະທານຮິງດາມ ເປັນຫົວໜ້າຄະນະ ໄດ້ເຂົ້າຢ້ຽມຂ່ຳນັບປະທານາທິບໍດີອິນເດຍ Pranab Mukherjee. ເມື່ອຕ້ອນຮັບຄະນະທີ່ທຳນຽບປະທານາທິບໍດີຢູ່ນະຄອນຫຼວງນີວເດລີ, ປະທານາທິບໍດີອິນເດຍ Pranab Mukherjee ໄດ້ຍົກອອກສາຍພົວພັນອັນເປັນມູນເຊື້ອແຕ່ດົນນານລະຫວ່າງອິນເດຍ ແລະ ຫວຽດນາມ ໂດຍປະທານໂຮ່ຈິມິນ ແລະ ນາຍົກລັດຖະມົນຕີ Jawaharlal Nehru ສ້າງພື້ນຖານ ແລະ ຫຼັງຈາກນັ້ນແມ່ນນາຍົກລັດຖະມົນຕີຟ້າມວັນດົງ ແລະ ນາຍົກລັດຖະມົນຕີ Indira Gandhi ພ້ອມກັບການນຳລຸ້ນຕ່າງໆສອງປະເທດໄດ້ເພີ່ມພູນຄູນສ້າງໃຫ້ນັບມື້ນັບເກີດດອກອອກຜົນ. ອິນເດຍ ຕີລາຄາສູງທີ່ຕັ້ງຍຸດທະສາດຂອງຫວຽດນາມ ແລະ ຍາມໃດກໍ່ຈະຮັດແໜ້ນ ແລະ ເພີ່ມທະວີການພົວພັນກັບຫວຽດນາມ. ປະທານາທິບໍດີອິນເດຍ Pranab Mukherjee ເຊື່ອໝັ້ນວ່າສອງປະເທດຈະບັນລຸວົງເງິນການຄ້າສອງຝ່າຍ 7 ຕື້ໂດລາສະຫະລັດໃນປີ 2015.