ປະທານ ສະພາແຫ່ງຊາດອິນໂດເນເຊຍ Sidarto Danusubroto ສິ້ນສຸດການຢ້ຽມຢາມຫວຽດນາມ

ປະທານ ສະພາແຫ່ງຊາດອິນໂດເນເຊຍ Sidarto Danusubroto ສິ້ນສຸດການຢ້ຽມຢາມຫວຽດນາມ - ảnh 1
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ພົບປະກັບ ທ່ານປະທານ ສະພາແຫ່ງຊາດອິນໂດເນເຊຍ Sidarto Danusubroto

(vovworld) - ຕອນບ່າຍ 5/3, ທ່ານປະທານສະພາແຫ່ງຊາດອິນໂດເນເຊຍ Sidarto Danusubroto ໄດ້ສິ້ນ​ສຸດ​ການ​ຢ້ຽມຢາມ​ຫວຽດນາມຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ. ໃນໄລຍະ​ຢ້ຽມຢາມ​ຫວຽດນາມ, ທ່ານປະທານສະພາແຫ່ງຊາດອິນໂດເນເຊຍ Sidarto Danusubroto ໄດ້ມີການເຈລະຈາກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊິງຮຸ່ງ, ພົບ​ປະ​ກັບທ່ານ​ນາຍົກ ລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ . ທີ່​ບັນດາ​ການ​ພົບ​ປະ, 2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ຫວັງ​ໃຫ້​ສະພາ​ແຫ່ງ​ຊາດ​ຂອງ 2 ປະ​ເທດ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ຊຸກຍູ້​ການ​ໃຫ້​ສັດ​ຕະຍາ​ບັນ​ບັນດາ​ສັນຍາ​ທີ່​ກ່ຽວຂ້ອງ, ກໍ​ຄື​ຕິດຕາມ​ກວ​ດກາ​ເພື່ອ​ການ​ຜັນ​ຂະຫຍາຍ, ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ​ລະຫວ່າງ 2 ປະ​ເທດ​ບັນລຸ​ປະສິດທິ​ຜົນ. ນຳ​ຜົນ​ປະ​ໂຫຍ​ດມາສູ່​ແຕ່ລະຝ​່າຍ. ກ່ຽວ​ກັບບັນຫາທະເລຕາເວັນອອກ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ​ວ່າ ບັນຫານີ້ຕ້ອງໄດ້ ຮັບການແກ້ໄຂ ໂດຍສັນຕິວິທີ, ປະກອບສ່ວນ​ຮັບປະກັນສະຖຽນລະພາບ ໃນພາກພື້ນ.

   ​

     


ຂ່າວ/ບົດ​ອື່ນ