ປີ 2012 ແຫລ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ຈະເພີ່ມຂຶ້ນຢ່າງແຮງ.

ປີ 2012 ແຫລ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ຈະເພີ່ມຂຶ້ນຢ່າງແຮງ. - ảnh 1
ພາບປະກອບ

(vovworld) - ຕາມ​ກົມ​ລົງທຶນ​ຕ່າງປະ​ເທດສັງກັດ​ກະຊວງ​ແຜນ​ການ ​ແລະ ການ​ລົງທຶນ​ແລ້ວ, ​ເງິນ​ລົງທຶນ​ໂດຍ​ກົງຂອງ​ຕ່າງປະ​ເທດ​ຫລື FDI ​ເຂົ້າ​ຫວຽດນາມ ​ໃນ​ເດືອນ​ຈະ​ມາ​ເຖິງ​ຈະ​​ເພີ່ມ​ຂຶ້ນ​ພໍ​ສົມຄວນ. ລະອຽດ ມີ​ບາງ​ໂຄງການ​ໃຫຍ່​ໄດ້​ຮັບ​ຫນັງສື​ອະນຸຍາດ​ໃນ​ເດືອນ 2/2012 ຄື:​​ໂຄງການ​ໂຮງງານ​ຜະລິດ​ຢາງລົດ​ຂອງ​ບໍລິສັດ Bridgestone ດ້ວຍ​ຈຳນວນ​ທຶນ​ຂຶ້ນ​ເຖິງ  570 ລ້ານ USD. ກ່ອນ​ຫນ້າ​ນັ້ນ, ​ໃນ​ເດືອນ 1/2012 ​ເວລາ​ພັກ​ການ​ໃນ​ໂອກາດ​ບຸນເຕັດ​​​ຍາວ ສະ​ນັ້ນ ​ໄດ້​ສົ່ງ​ຜົນ​ສະທ້ອນ​ເຖິງ​ຈຳນວນ​ຫນັງສື​ອະນຸຍາດ​ການ​ລົງທຶນ​ໃນ​ເດືອນ​ມັງກອນ. ພິ​ເສດ ມີ​ຫລາຍ​ໂຄງການ​ລົງທຶນ​ໄດ້​ສຳ​ເລັດ​ລະບຽບ​ການ ​ແຕ່​ ພາຍຫລັງ​ບຸນ​ເຕັດ ບັນດາ​ເຈົ້າ​ຂອງ​ການ​ລົງທຶນ​ມາ​ຈາກ​ຈີນ, ຍີ່​ປຸ່ນ,​ ສ​ເກົາຫລີ ຈຶ່ງ​ຮັບ​ຫນັງສື​ອະນຸຍາດ​ ດ້ວຍ​ຄວາມ​​ເຊື່ອ​ໝັ້ນວ່າ ປີ​ມະ​ໂຣງຈະ​ໂຊກ​ດີກ​ວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ