ຄວບຄຸມໄຂ້ຫວັດສັກປີກ
ພາບປະກອບ (ພາບ:kinhtenongthon.vom.vn)
(vovworld) - ຕອນເຊົ້າວັນທີ 18/2 ຢູ່ ຮ່າໂນ້ຍ, ທ່ານ ກາວດຶກຟາດ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ຈັດການປະຊຸມກັບບັນດາສະມາຊິກໃນຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ ແລະ ຄວບຄຸມໂລກໄຂ້ຫວັດສັດປີກ, ປຶກສາຫາລືມາດຕະການຮີບດ່ວນເພື່ອສະກັດກັ້ນໂລກໄຂ້ຫວັດສັກປີກທີ່ພວມແຜ່ລາມອອກຢູ່ທັງ 3 ພາກໃນທົ່ວປະເທດ. ຕາມທ່ານລັດຖະມົນຕີ ກາວດຶກຟາດ ແລ້ວ, ໃນຈຸດເວລາປະຈຸບັນ ໃຫ້ບຸລິມະສິດຕົ້ນຕໍ ແມ່ນສະກັດກັ້ນໂລກລະບາດແຜ່ລາມອອກ, ຮັກສາສຸຂະພາບໃຫ້ແກ່ປະຊາຊົນ ແລະ ບັນເທົາຄວາມເສຍຫາຍໃຫ້ແກ່ຂະແຫນງລ້ຽງສັດ. ທ່ານລັດຖະມົນຕີ ກາວດືກຟາດ ຍັງສະເຫນີໃຫ້ກົມສັດຕະວະແພດ ຕ້ອງເອົາສ່ວນຕົວຢ່າງ, ຕິດຕາມກວດກາ ສະພາບການເກິດໄຂ້ຫວັດສັກປີກ ຢູ່ບາງທ້ອງຖິ່ນກໍຄືບັນດາແຖບຖິ່ນ ເພື່ອເປັນພື້ນຖານດຳເນີນການສັກຢາປ້ອງກັນ ແລະ ຄວບຄຸມໂລກລະບາດ.