ຜັນຂະຫຍາຍປີເພີ່ມ ທະວີແລະປ່ຽນໃໝ່ ວຽກງານຂົນຂວາຍ ປຊຊ ປີ 2014
(ພາບ: .vov)
(vovworld)- ກອງປະຊຸມຜັນຂະຫຍາຍ “ປີເພີ່ມທະວີ ແລະ ປ່ຽນໃໝ່ວຽກງານຂົນຂວາຍ ປຊຊ ປີ 2014“ ໂດຍຄະນະພັກກຸ່ມບັນດາອົງການສູນກາງຈັດຕັ້ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 25/2 ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດ່າວຫງອງຢຸງ, ເລຂາຄະນະພັກ ກຸ່ມບັນດາອົງການສູນກາງເນັ້ນໜັກວ່າ: ເພື່ອຫັນເປັນລະອຽດ ແລະ ຜັນຂະຫຍາຍການປະຕິບັດປີຂົນຂວາຍ ປຊຊ 2014 ຢ່າງມີປະສິດທິຜົນ, ອົງຄະນະພັກຂັ້ນຕ່າງໆ, ບັນດາອົງການຈັດຕັ້ງພັກຕ້ອງສືບຕໍ່ຈັດຕັ້ງການຮ່ຳຮຽນ, ຄົ້ນຄ້ວາ, ຊາບຊືມບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດຂອງພັກ ແລະ ລັດກ່ຽວກັບວຽກງານຂົນຂວາຍ ປຊຊ ຢ່າງເລິກເຊິ່ງ. ທ່ານດ່າວຫງອງຢຸງ ຊີ້ແຈ້ງວ່າ:
“ປີຂົນຂວາຍ ປຊຊ 2014 ຈະຖືກຜັນຂະຫຍາຍຢ່າງເລິກເຊິ່ງກ້ວາງຂວາງດ້ວຍ 2 ຂອດບຸກທະລຸ. ທີ 1 ແມ່ນ ຍົກສູງສະຕິຄວາມຮັບຮູ້, ກຳນົດແຈ້ງບົດບາດ, ຄວາມຮັບຜິດຊອບຂອງຄະນະພັກ, ການນຳບັນດາອົງການ, ຫົວໜ່ວຍ, ຄະນະບໍລິຫານງານອົງການຈັດຕັ້ງມະຫາຊົນ, ພະນັກງານ, ສະມາຊິກພັກ, ລັດຖະກອນ, ພາລະກອນ, ຜູ້ອອກແຮງງານແຕ່ລະຄົນ. ພິເສດແມ່ນຜູ້ນຳຄະນະພັກ ແລະ ອົງການຈັດຕັ້ງ, ຫົວໜ່ວຍ. ທີ 2 ແມ່ນຍູ້ແຮງວຽກງານຂົນຂວາຍ ປຊຊ ຂອງອົງການລັດ ດ້ວຍຈຸດສຸມແມ່ນການປະຕິບັດການກຳນົດປະຊາທິປະໄຕຢູ່ຂັ້ນຮາກຖານ, ການປະຕິຮູບດ້ານບໍລິຫານ, ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງລັດ, ດ້ວຍຈຸດໝາຍສ້າງ ແລະ ປະຕິບັດພື້ນຖານບໍລິຫານປະຊາທິປະໄຕ, ມີລະບຽບວິໄນ, ເປີດເຜີຍ, ຈະແຈ້ງ ແລະ ມີຄວາມຮັບຜິດຊອບ“./.