ຜັນຂະຫຍາຍໂຄງການພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ

ຜັນຂະຫຍາຍໂຄງການພື້ນຖານຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັກ​ດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເປັນ​ປະ​ທານກອງ​ປະ​ຊຸມ


(vovworld)- ວັນ​ທີ 26/8, ຢູ່​ຮ່າ​ໂນ້ຍ, ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັກ​ດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຄະ​ນະ​ຊີ້​ນຳ​ແຜນ​ແມ່​ບົດ 896 ໄດ້​ໂຮມ​ປະ​ຊຸມ ຕີ​ລາ​ຄາ​ສະ​ພາບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ສັງ​ລວມ​ກ່ຽວ​ກັບ​ຫັນ​ລະ​ບຽບ​ການ​ບໍ​ລິ​ຫານ​, ໜັງ​ສື​ສວ່ນ​ຕົວ​ຂອງ​ພົນ​ລະ​ເມືອງ ແລະ ບັນ​ດາ​ພື້ນ​ຖານ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ພົນ​ລະ​ເມືອງ​ໄລ​ຍະ 2013-2020 ເປັນ​ງ່າຍ​ດາຍ; ປຶກ​ສາ​ຫາ​ລື​ບາງ​ເນື້ອ​ໃນ​ຂອງ​ຮ່າງ​ດຳ​ລັດ​ກຳ​ນົດ​ລະ​ອຽດ​ບາງ​ຂໍ້​ມາດ​ຕາ ແລະ ມາດ​ຕະ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ຂອງ​ພົນ​ລະ​ເມືອງ. ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ປະ​ຊຸມ, ​ທ່ານ​ຮອງ​ນາ​ຍົກ​ລັກ​ດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ກະ​ຊວງ​ຕຳຫຼວດ, ກະ​ຊວງ​ຍຸ​ຕິ​ທຳ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ບັດ​ປະ​ຈຳ​ຕົວ​ຂອງ​ພົນ​ລະ​ເມືອງ, ​ກົດ​ໝາຍວ່າ​ດ້ວຍ​ສັນ​ຊາດ​ຢ່າງ​ຄົບ​ຊຸດ.
ຂ່າວ/ບົດ​ອື່ນ