ຜູ້ແທນ 2600 ຄົນ ເຂົ້າຮ່ວມເວທີ​ປາ​ໄສ​ ເສດຖະກິດ​ໂລກ​

  ວັນ​ທີ 25/1 ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ໄດ້​ໄຂ​ຂຶ້ນ​ຢູ່​ນະຄອນ Davos ປະ​ເທດ​ສະ​ວິດ ​ໂດຍ​ມີ​ຈຳນວນ​ຜູ້​ເຂົ້າຮ່ວມ​ບັນລຸ​ລະດັບ​ສະຖິຕິ ຄື 2600 ຄົນ ຊື່​ງລວມມີ​ເຈົ້າໜ້າ​ທີ່ລັດຖະບານ 40 ທ່ານ ​ແລະ​ການ​ນຳ​ບັນດາ​ວິ​ສາ​ຫະກິດ​ທີ່​ມາ​ຈາກ 100 ປະ​ເທດ. ​ໂຄງການ​ດຳ​ເນີນ​ງານ​ຕົ້ນຕໍ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ປີ​ນີ້ ​ແມ່ນ​ບັນດາ​ມາດ​ຕະການ​ໃຫ້​ແກ່​ວິ​ກິດ​ການ​ທົ່ວ​ໂລກ ຊື່​ງພວມ​ມີ​ການ​ຜັນ​ແປ່​ອັນ​ສັບສົນ, ​ໄດ້​ກະທົບ​ເຖິງ​ເສດຖະກິດ​ຂອງ​ປະ​ເທດ​ໃນ​ໂລກ​ເກືອບ​ທັງ​ໝົດ. ຄາດ​ວ່າ, ​ໃນ 5 ວັນ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຟື້ນ​ຟູ​ເສດຖະກິດ​ໂລກ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ໂລກ ​ເພື່ອ​ແນ​ໃສ່​ຮັບ​ມື​ກັບ​ວິ​ກິດ​ການ​ເສດຖະກິດ​ໂລກ​ໃນ​ປະຈຸ​ບັນ​ຢ່າງ​ມີ​ປະສິດທິ​ຜົນ.
ຂ່າວ/ບົດ​ອື່ນ