ຝ່າຍຄ້ານຊີຣີຕົກລົງ ເຂົ້າຮ່ວມກອງປະຊຸມ ເຊີແນວ 2
(ພາບ: xaluan.com)
(vovworld)- ວັນທີ 10/11, ພັນທະມິດຊົນຊາດຊີຣີ (SNC) ໄດ້ປະກາດຈະເຂົ້າຮ່ວມກອງປະຊຸມສັນຕິພາບກ່ຽວກັບຊີຣີ ຫຼືເອີ້ນວ່າ ກອງປະຊຸມເຊີແນວ 2 ຖ້າໄດ້ຮັບການສະນັບສະໜູນຂອງກຳລັງກອງທັບຊີຣີ ເສລີ (FSA) ຢູ່ພາຍໃນປະເທດ. ທ່ານ Khaled Saleh ໂຄສົກຂອງ SNC ໃຫ້ຮູ້ວ່າ: ຈຸດໝາຍຂອງຝ່າຍຄ້ານແມ່ນເອກະພາບກຳລັງເພື່ອກ້າວເຂົ້າສູ່ວິວັດການສັນຕິພາບຢູ່ຊີຣີ. ກຳລັງນີ້ຈະເຂົ້າຮ່ວມກອງປະຊຸມເຊີແນວ 2 ແຕ່ FSA ຕ້ອງແມ່ນສ່ວນໜຶ່ງຂອງຄະນະຜູ້ແທນຝ່າຍຄ້ານຢູ່ກອງປະຊຸມ.
ກ່ຽວກັບບັນຫາຊີຣີ, ຍັງມີຂ່າວໃຫ້ຮູ້ວ່າ, ພາຍຫຼັງການພົບປະ 3 ຝ່າຍລະຫວ່າງ ທ່ານລັດຖະມົນຕີການຕ່າງປະເທດອິນເດຍ, ລັດເຊຍ ແລະ ຈີນ ຢູ່ນິວເດລີ ເມື່ອວັນທີ 10/11, ທ່ານ Salman Khurshid ລັດຖະມົນຕີການຕ່າງປະເທດອິນເດຍ ເນັ້ນໜັກວ່າ: ຈຳເປັນຕ້ອງຊອກຫາມາດຕະການການເມືອງໃຫ້ແກ່ວິກິດການຢູ່ຊີຣີ.