ພັກກອມມູນິດຍີ່ປຸ່ນ ສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 90 ປີ

ພັກກອມມູນິດຍີ່ປຸ່ນ ສະເຫຼີມສະຫຼອງ ວັນສ້າງຕັ້ງຄົບຮອບ 90 ປີ - ảnh 1

(ພາບປະກອບ)​

( vovworld ) – ວັນ​ທີ 15/7, ພັກ​ກອມ​ມູນິດ​ຍີ່ປຸ່ນ (JCP) ​ໄດ້​ຈັດ​ພິທີສະ​ເຫຼີ​ມ ສະຫຼອງ​ວັນ​ສ້າງຕັ້ງຄົບຮອບ 90 ປີ (15/7/1922-15/7/2012). ​ໃນ​ການ​ປະຊຸມ​ຂ່າວ​ຫວ່າງ​ມໍ່ໆ​ມາ​ນີ້, ກ່າວຄຳ​ເຫັນ​ກ່ຽວ​ກັບ​ນະ​ໂຍບາຍ​ຂອງ​ຍີ່ປຸ່ນ, ທ່ານ Kazuo Shii ປະທານ​ພັກ​ກອມ​ມູນິດ​ຍີ່ປຸ່ນ ​ເນັ້ນໜັກ​ວ່າ: ​ໃນ​ໄລຍະທີ່​ຈະ​ມາ​ເຖິງ ຍີ່ປຸ່ນ​ຈະ​ສືບ​ຕໍ່​ແນວທາງທີ່​ກົງກັນຂ້າມ​ກັບ​ແນວທາງ​ຂອງ​ພັກ​ປະຊາທິປະ​ໄຕ​ກຳ​ອຳນາດ ​ແລະ ພັກ​ຝ່າຍ​ຄ້ານ​ໃຫ່ຍກ່ວາ​ໝູ່ ຄື​ພັກ​ປະຊາທິປະ​ໄຕ​ເສລີ. ​ເພື່ອ​ແນ​ໃສ່​ເພີ່ມ​ຈຳນວນ​ທີ່​ນັ່ງ​ຢູ່​ສະພາ​ແຫ່ງ​ຊາດ, ພັກ​ກອມ​ມູນິດ​ຍີ່ປຸ່ນ ມີ​ແຜນ​ນະ​ໂຍບາຍ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຢູ່​ເຂດ​ເລືອກ​ຕັ້ງທຸກ​ແຫ່ງຕາມ​ອັດຕາ​ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ພັກ​ກອມ​ມູນິດ​ຍີ່ປຸ່ນ ມີ​ສະມາຊິກກ່ວາ 400.000 ຄົນ ​ແລະ​ ແມ່ນໜື່ງ​ໃນ​ບັນດາ​ພັກ​ກອມ​ມູນິດ​ບໍ່ກຳ​ອຳນາດ​ໃຫ່ຍທີ່​ສຸດ​ໃນ​ໂລກ

ຂ່າວ/ບົດ​ອື່ນ