ສ້າງຕັ້ງຄະນະກຳມະການຮຽບຮຽງ
ຮ່າງລັດຖະທຳມະນູນປີ 1992
(ພາບ:vneconomy.vn)
(VOV)-ຕອນເຊົ້າວັນທີ 17/12, ຄະນະກຳມະການຮຽບຮຽງຮ່າງລັດຖະທຳມະນູນສະບັບປັບປຸງໄດ້ຈັດວາລະປະຊຸມຄັ້ງທີ 5 ໃຫ້ຄຳເຫັນກ່ຽວກັບຮ່າງລັດຖະທຳມະນູນພາຍຫຼັງການດັດແກ້, ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 13 ຫວ່າງແລ້ວນີ້. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ເນັ້ນຫນັກວ່າ: ເລື່ອງນຳຮ່າງລັດຖະທຳມະນູນສະບັບປັບປຸງມາເອົາຄຳເຫັນໃນໄລຍະທີ່ຈະມາເຖິງແມ່ນການຄັດເລືອກບັນດາສິ່ງຍອດຍິ່ງ, ພູມປັນຍາຂອງປະຊາຊົນ, ພ້ອມທັງສືບຕໍ່ຮັບ, ດັດແກ້ຢ່າງມີລັກສະນະວິທະຍາສາດ, ໜັກແໜ້ນກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ.
ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງຈະຖືກຍົກອອກມາເພື່ອເອົາຄຳເຫັນຈາກປະຊາຊົນນັບແຕ່ວັນທີ 2/1-31/3/2013. ບັນດາຄຳເຫັນປະກອບຈະຖືກລວບລວມຢ່າງຄົບຖ້ວນ, ຊັດເຈນ, ໄດ້ຮັບການຄົ້ນຄ້ວາ, ອະທິບາຍຢ່າງເຂັ້ມງວດເພື່ອສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງສຳເລັດ.