(VOVWORLD) -ຕອນເຊົ້າວັນທີ 16 ມິຖຸນາ, ທີ່ນະຄອນກຸຍເຍີນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມສົມທົບກັບມະຫາວິທະຍາໄລກຸຍເຍີນ ຈັດຕັ້ງ ພິທີຊຸມນຸມມິດຕິງຕອງສະໜອງວັນສິ່ງແວດລ້ອມໂລກ ແລະ ສັບປະດາທະເລໝູ່ເກາະຫວຽດນາມປີ 2018
(ພາບປະກອບ) |
|
ມີພະນັກງານ, ຄູອາຈານ, ນັກຮຽນ, ນັກສຶກສາກວ່າ 1.800 ຄົນທີ່ມາຈາກໂຮງຮຽນຕ່າງໆໄດ້ເຂົ້າຮ່ວມ. ທີ່ ພິທີຊຸມນຸມມິດຕິງ, ນັກສຶກສາ ຝ້າມກວາງເຈືອງ, ສັງກັດ ພະແນກເຕັກໂນໂລຊີເຕັກນິກເຄມີສາດ ໃຫ້ຮູ້ວ່າ :
“ ພວກເຮົາແມ່ນບັນດານັກໂຄສະນາທີ່ຕັ້ງໜ້າ, ກາຍເປັນບັນດານັກຮົບອາສາສະໝັກໃນແນວຮົບປົກປັກຮັກສາສິ່ງແວດລ້ອມ ດ້ວຍບັນດາວຽກງານທີ່ລະອຽດ ຄືກຳຈັດຂີ້ເຫຍື້ອ, ສິ່ງເສດເຫຼືອ, ທະລຸສາຍນ້ຳ, ລະບົບລະບາຍນ້ຳທີ່ອຸດຕັນ, ເປີດຊຸດຮຽນກ່ຽວກັບສິ່ງແວດລ້ອມ, ເກັບສິ່ງເສດເຫຼືອທີ່ເປັນນີລົງຢູ່ບ່ອນຕ່າງໆ ”