ພິທີຕັ້ງແຜ່ນສີລາກໍ່ສ້າງເຂດອາໄລຫານັກຮົບກາກມາ

ພິທີຕັ້ງແຜ່ນສີລາກໍ່ສ້າງເຂດອາໄລຫານັກຮົບກາກມາ - ảnh 1
ພິ​ທີ​ວາງ​ແຜ່ນ​ສີ​ລາກໍ່​ສ້າງ​ເຂດ​​ອາ​ໄລ​ຫາ​ນັກ​ຮົບ ກາກ​ມາ
(ພາບ: laodong.com.vn)

(vovworld) – ​​​ວັນ​ທີ 13/3, ທີ່​ຕາ​ແສງ ກາມ​ຫາຍ​ດົງ, ເມືອງ ກາມ​ເລີມ (ແຂວງ ​ແຄ໋ງ​ຮ່​ວາ), ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ແຄ໋ງ​ຮ່​ວາ ໄດ້​ຈັດ​ຕັ້ງ​ພິ​ທີ​ວາງ​ແຜ່ນ​ສີ​ລາກໍ່​ສ້າງ​ເຂດ​​ອາ​ໄລ​ຫາ​ນັກ​ຮົບ ກາກ​ມາ, ເພື່ອ​ແນ​ໃສ່​ຈົດ​ຈຳ​​ຄຸນ​ງາມ​ຄວາມ​ດີ ແລະ ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ນັກ​ຮົບ​ກອງ​ທັບ​ເຮືອ 64 ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ໃນ​ບັ້ນ​ຮົບ​ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ເກາະ ກາກ​ມາ, ໝູ່​ເກາະ ເຈື່ອງ​ຊາ ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ດັ້ງ​ງອກ​ຕູ່ງ, ປະ​ທານ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ:

        “ສານ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຢາກ​ຝາກ​ເຖິງ​ພໍ່​ແມ່​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ​ວ່າ: ຊາວ ຫວຽດ​ນາມ ລຸ້ນ​ຕ່າງໆ​ບໍ່​ສາ​ມາດ​ຫຼົງ​ລືມ​ບັນ​ດາ​ນັກ​ຮົບ​ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ ກາກ​ມາ ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທີ່​ສັກ​ກະ​ລະ​ບູ​ຊາ​ຂອງ​ປະ​ເທດ​ຊາດ​ໄດ້. ບອກ​ເຕື່ອນ​ກັບ​ລຸ້ນ​ໜຸ່ມ​ວ່າ: ເຈື່ອງ​ຊາ - ຮ່​ວາງ​ຊາ ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງ​ປະ​ເທດພວກ​ເຮົາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ​ພ້ອມ​ກັນກໍ່​ປະ​ກອບ​ສ່ວນກໍ່​ສ້າງ​ເຂດ​ອາ​ໄລ​ຫາ ກາກ​ມາ ນີ້.”


ຂ່າວ/ບົດ​ອື່ນ