ພິທີປຸກລະດົມ “ລາຍການວິສາຫະກິດໃຫ້ຄຳໝັ້ນສັນຍາເພື່ອຜູ້ອຸປະໂພກບໍລິໂພກ”

(VOVWORLD) -ຕອນເຊົ້າວັນທີ 07 ເມສາ, ສະພາປົກປ້ອງຜູ້ອຸປະໂພກບໍລິໂພກຫວຽດນາມ ໄດ້ສົມທົບກັບວາລະສານສະບຽງຫານ ແລະ ສຸຂະພາບ ຈັດພິທີປຸກລະດົມ “ລາຍການວິສາຫະກິດໃຫ້ຄຳໝັ້ນສັນຍາເພື່ອຜູ້ອຸປະໂພກບໍລິໂພກ” ປີ 2019.

ພິທີປຸກລະດົມ “ລາຍການວິສາຫະກິດໃຫ້ຄຳໝັ້ນສັນຍາເພື່ອຜູ້ອຸປະໂພກບໍລິໂພກ” - ảnh 1 ທີ່ພິທີປຸກລະດົມ “ລາຍການວິສາຫະກິດໃຫ້ຄຳໝັ້ນສັນຍາເພື່ອຜູ້ອຸປະໂພກບໍລິໂພກ”

(ພາບ: Vietnam+)

ນີ້ແມ່ນການເຄື່ອນໄຫວເປີດ, ແນໃສ່ດຶງດູດວິສາຫະກິດເຂົ້າຮ່ວມການລົງນາມໃນຄຳໝັ້ນສັນຍາຮັບປະກັນບັນດາສິດອັນເປັນພື້ນຖານຂອງຜູ້ອຸປະໂພກບໍລິໂພກ. ທ່ານ ຫງວຽນແມ້ງຮຸ່ງ, ປະທານສະພາປົກປ້ອງຜູ້ອຸປະໂພກບໍລິໂພກຫວຽດນາມ, ເນັ້ນໜັກວ່າ.

        “ພິທີປຸກລະດົມລາຍການດັ່ງກ່າວນັ້ນແມ່ນເພື່ອຍົກສູງໜ້າທີ່ຄວາມຮັບຜິດຊອບຂອງວິສາຫະກິດຕໍ່ຜູ້ອຸປະໂພກບໍລິໂພກ, ພ້ອມທັງຍົກສູງທີ່ຕັ້ງບົດບາດຂອງຜູ້ອຸປະໂພກບໍລິໂພກ ຍ້ອນມີຜູ້ອຸປະໂພກບໍລິໂພກ, ວິສາຫະກິດຈຶ່ງສາມາດພັດທະນາໄດ້. ອາດເວົ້າໄດ້ວ່າ ນີ້ແມ່ນການພົວພັນອັນສະໜິດແໜ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ