ທ່ານຫງວຽນແມ້ງຮຸ່ງເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ
ມອບທຶນສຶກສາໃຫ້ນັກຮຽນນັກສຶກສາ
|
(vovworld)- ກ່າວຄຳເຫັນທີ່ພິທີມອບທຶນສຶກສາໃຫ້ລູກຫລານຊາວຫວຽດນາມ ອາໄສຢູ່ ວຽງຈັນ ໃນຕອນບ່າຍ 8/10, ທ່ານ ຫງວຽນແມ້ງຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ໃຫ້ຮູ້ວ່າ: ການມອບທຶນສຶກສາແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ພິເສດຂອງພັກ, ລັດຖະບານ ແລະ ປະຊາຊົນສອງປະເທດ ສະຫງວນໃຫ້ແກ່ນັກຮຽນນັກສຶກສາ ຊາວຫວຽດນາມ ອາໄສຢູ່ ລາວ. ນີ້ແມ່ນແຜນການຫັນສັນຍາຮ່ວມມືສອງຝ່າຍກ່ຽວກັບການສຶກສາ ບຳລຸງສ້າງລະຫວ່າງສອງລັດຖະບານ ລາວ ແລະ ຫວຽດນາມ ປີ 2015 ແລະ ແຜນການຮ່ວມມືການສຶກສາ ແລະ ພັດທະນາແຫລ່ງຊັບພະຍາກອນມະນຸດປີ 2015 ລະຫວ່າງ ສອງກະຊວງສຶກສາບຳລຸງສ້າງ ຫວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາລາວ ໃຫ້ປະກົດຜົນເປັນຈິງ. ທ່ານ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າ:
“ສະຖານທູດຫວຽດນາມ ປະຈຳລາວ ໝັ້ນໝາຍຈະສົມທົບກັບສະຖານທູດ ລາວ ປະຈຳຫວຽດນາມ ຕິດຕາມການຮ່ຳຮຽນຂອງບັນດານັກຮຽນ, ນັກສຶກສາ ຊື່ງແມ່ນລູກຫລານຊາວຫວຽດນາມ ອາໄສຢູ່ລາວ ແລະ ໝັ້ນໝາຍຈະສ້າງເງື່ອນໄຂຂໍທຶນສຶກສາຂອງລັດຖະບານຫວຽດນາມ ໃຫ້ພວກຫລານເສັງຈົບໄດ້ຄະແນນສູງ ຢູ່ ຫວຽດນາມ ຮຽນຕໍ່ປະລິຍາໂທ ແລະ ສ້າງເງື່ອນໄຂຂໍທຶນສຶກສາຮຽນຕໍ່ປະລິຍາເອກ ໃຫ້ພວກຫລານ ເສັງຈົບປະລິຍາໂທ ໄດ້ຄະແນນສູງ.”