(vovworld) - ເພື່ອເປັນການສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອົດສະຕາລີ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Perth, ລັດ ອົດສະຕາລີ ຕາເວັນຕົກ, ສົບທົບກັບອຳນາດການປົກຄອງເຂດອົດສະຕາລີ ເໜືອ ຈັດຕັ້ງພິທີສະເຫຼີມສະຫຼອງ ແລະ ມອບລະມາດຫິນທີ່ລະນຶກພິທີໄດ້ດຳເນີນໃນວັນທີ 7/3 ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ເຂດ ອົດສະຕາລີ ເໜືອ ຂອງທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Perth ເລວຽດຢວຽນ. ການຢ້ຽມຢາມຖືກດຳເນີນໄປແຕ່ວັນທີ 3-8/3. ກ່າວຄຳເຫັນນະພິທີ, ທ່ານຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ເລວຽດຢວຽນ ໄດ້ຊີ້ແຈ້ງບັນດາບາດກ້າວບຸກທະລຸໃນການພົວພັນລະຫວ່າງ 2 ປະເທດ ໃນ 40 ປີຜ່ານມາໃນທຸກຂົງເຂດ, ພິເສດນັບແຕ່ເມື່ອ 2 ປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານປີ 2009. ຕາມທ່ານຫົວໜ້າສະຖານກົງສູນໃຫຍ່ ເລວຽດຢວຽນ ແລ້ວ, ເລື່ອງສ້າງຕັ້ງສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Perth ໃນໄລຍະນີ້ພິສູດຢ່າງຈະແຈ້ງເຖິງຄວາມສຳຄັນ ແລະ ການເອົາໃຈໃສ່ຊຸກຍູ້ການພົວພັນຂອງ 2 ປະເທດ, ສ້າງເງື່ອນໄຂເຮັດໃຫ້ການພົວພັນ 2 ຝ່າຍເລິກເຊິ່ງກ່ວາອີກ ກັບເລື່ອງເພີ່ມທະວີຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງໃນການຮ່ວມມືກັບບັນດາ ລັດ ຂອງ ອົດສະຕາລີ. ເນື່ອງໃນເຫດການນີ້, ທ່ານຫົວໜ້າສະຖານກົງສູນໃຫຍ່ ເລວຽດຢວຽນ ໄດ້ມອບມອບລະມາດຫິນພື້ນເມືອງໃຫ້ເຂດ ອົດສະຕາລີ ເໜືອເພື່ອເປັນທີ່ລະນຶກ.