ພິທີສະເຫຼີມສະຫຼອງ 96 ປີແຫ່ງວັນການ ປະຕິວັດເດືອນຕຸລາ ລັດເຊຍ

ພິທີສະເຫຼີມສະຫຼອງ 96 ປີແຫ່ງວັນການ ປະຕິວັດເດືອນຕຸລາ ລັດເຊຍ - ảnh 1 

(ພາບ:vov.vn )

(vovworld)-​​​​ ​ ​ ຕອນ​ຄ່ຳ​ວັນ​ທີ 7/11, ຢູ່​ໃຈກາງ​ນະຄອນຫຼວງ​ມົດ​ສະ​ກູ ​ໄດ້​ ຂະ​ບວນ​ແຫ່​ຂະໜາດ​ໃຫ່ຍສະ​ເຫຼີ​ມສະຫຼອງ 96 ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ຕຸລາ​ລັດ​ເຊຍ (7/11) ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງທ່ານ​ປະທານ​ພັກ​ກອມ​ມູນິດ​ລັດ​ເຊຍ Ghenadi Ziuganov ​ແລະ ການ​ນຳ​ພັກ, ສະມາຊິກ​ພັກ​ຫຼາຍ​ທ່ານ ພ້ອມ​ດ້ວຍ​ນັກ​ກອມ​ມູນິດ​ລັດ​ເຊຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ໃນ​ບັນດາ​ແຂວງ, ນະຄອນ​ເກືອບ​ທັງ​ໝົດ​ຂອງ​ສະຫະພັນ​ລັດ​ເຊຍ ກໍ່​ລ້ວນ​ແຕ່​​ໄດ້​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງຕ່າງໆ ຢ່າງ​ສົມ​ກຽດ. ຢູ່​ຫຼາຍ​ແຫ່ງ, ບັນດານັກ​ກອມ​ມູນິດ​ລັດ​ເຊຍ ຊື່​ງມີ​ເກັ່ນ​ອາຍຸ​ຕ່າງ​ກັນ​ໄດ້​ຈັບ​ມື​ກັນ ​ເພື່ອພ້ອມ​ກັນ​ເດີນ​ຂະ​ບວນ​ແຫ່ ຊື່​ງສະ​ແດງ​ໃຫ້​ເຫັນ​ຜົນງານ​ຂອງ​ການ​ປະຕິວັດ​ເດືອນ​ຕຸລາ ​ແລະ ພາລະກິດ​ສ້າງສາ​ປະ​ເທດ​ໂຊ​ວຽດ​ເຂັ້ມ​ແຂງ ຍັງ​ຄົງ​ຕົວ​ຢູ່​ສະ​ເໝີ ​ແລະ ຮັກສາ​ຄຸນຄ່າ​ເດີມ​​ໄວ້ໄດ້./.


ຂ່າວ/ບົດ​ອື່ນ