ພິທີຮັບເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ຖືກເສຍຫາຍຈາກຝົນຕົກ, ນ້ຳຖ້ວມຂອງສະພາກາແດງ ຈີນ

(VOVWORLD) - ຕອນເຊົ້າວັນທີ 07 ກໍລະກົດ ທີ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ຈັດຕັ້ງພິທີຮັບເງິນເກືອບ 4 ຕື້ດົ່ງ
ພິທີຮັບເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ຖືກເສຍຫາຍຈາກຝົນຕົກ, ນ້ຳຖ້ວມຂອງສະພາກາແດງ ຈີນ - ảnh 1 ພິທີຮັບເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນຜູ້ຖືກເສຍຫາຍຈາກຝົນຕົກ, ນ້ຳຖ້ວມຂອງສະພາກາແດງ ຈີນ (ພາບ: baoquocte.vn)

ເພື່ອສະໜັບສະໜູນ, ຊ່ວຍເຫຼືອປະຊາຊົນບັນດາແຂວງພາກເໜືອ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກຝົນຕົກ, ນ້ຳຖ້ວມຂອງສະພາກາແດງ ຈີນ, ສະຖານທູດ ຈີນ ປະຈຳ ຫວຽດນາມ ແລະ ສະຫະສະມາຄົມວິສາຫະກິດ ຈີນ ຢູ່ ຫວຽດນາມ.

        ທີ່ການຮັບເງິນສະໜັບສະໜູນ, ທ່ານນາງ ອີ໋ນຫາຍຄື໋ງ ຜູ້ຕາງໜ້າສະຖານທູດ ຈີນ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຫັນໃຈ ແລະ ສົ່ງຄຳຢື້ຢາມຖາມຂ່າວຢ່າງຈິງໃຈເຖິງປະຊາຊົນເຂດປະສົບໄພທຳມະຊາດ ແລະ ແບ່ງເບົາຄວາມໂສກເສົ້າເສຍດາຍເຖິງບັນດາຄອບຄົວທີ່ມີຍາດຕິພີ່ນ້ອງຖືກເຄາະຮ້າຍໃນເຫດຝົນຕົກ, ນ້ຳຖ້ວມຜ່ານມາ.

        ມາຮອດຈຸດເວລານີ້, ໂດຍຜ່ານສູນກາງສະພາກາແດງ ຫວຽດນາມ ໄດ້ມີບັນດາອົງການຈັດຕັ້ງ, ສ່ວນບຸກຄົນ, ສະພາກາແດງແຂວງ, ນະຄອນຕ່າງໆສະໜັບສະໜູນ ແລະ ຈົດທະບຽນສະໜັບສະໜູນປະຊາຊົນບັນດາແຂວງພາກເໜືອ ຫວຽດນາມ ດ້ວຍຈຳນວນເງິນ 2 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ