(ພິທີເຊີດຊູຫລານຄຳຮູ້ຂອງລຸງໂຮ່ທົ່ວປະເທດຄັ້ງທີ8)
(vovworld)- ຕອນຄ່ຳວັນທີ 13/6, ພິທີເຊີດຊູຫລານຄຳຮູ້ຂອງລຸງໂຮ່ ທົ່ວປະເທດຄັ້ງທີ 8 ປີ 2015 ໄດ້ດຳເນີນໄປຢູ່ຮ່າໂນ້ຍ. ມີຜູ້ແທນ 282 ຄົນ ທີ່ຕາງຫນ້າໃຫ້ຫລານຄຳຮູ້ຂອງລຸງໂຮ່ນັບລ້ານໆຄົນໃນທົ່ວປະເທດໄດ້ເຂົ້າຮ່ວມ. ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນ: ອະນຸຊົນ ແມ່ນເຈົ້າຂອງປະເທດຊາດໃນອະນາຄົດ ແລະ ຢາກໃຫ້ພວກຫລານຊື່ງໄດ້ຮັບນາມມະຍົດ ຫລານຄຳຮູ້ຂອງລຸງໂຮ່ນັ້ນ ສືບຕໍ່ສູ້ຊົນໃນການຮ່ຳຮຽນ, ຝືກຝົນຫລໍ່ຫລອມ, ປະຕິບັດບັນດາຄຳສັ່ງສອນຂອງລຸງໂຮ່ເປັນຢ່າງດີ. ທ່ານປະທານປະເທດເຈືອງເຕີນຊາງ ສະເຫນີວ່າ:
“ຂ້າພະເຈົ້າຮຽກຮ້ອງອົງຄະນະພັກ, ອຳນາດການປົກຄອງທຸກຂັ້ນ, ບັນດາຄະນະ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ, ພໍ່ແມ່ຂອງພວກຫລານ ແລະ ຄູອາຈານ ສືບຕໍ່ເອົາໃຈໃສ່ວຽກງານປົກປ້ອງ, ເບິ່ງແຍງ, ສຶກສາອະນຸຊົນ, ສ້າງສະພາບແວດລ້ອມ, ເງື່ອນໄຂໃຫ້ພວກຫລານຮ່ຳຮຽນ, ລະຫລິ້ນ, ຝຶກຝົນຫລໍ່ຫລອມ, ຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ.”