ພົບປະກັບຜູ້ຕ່າງໜ້າອົງການການທູດ,ນັກຂ່າວ,ຜູ້ຊ່ວຍວຽກສື່ມວນຊົນຕ່າງປະເທດປະຈຳຫວຽດນາມໃນໂອກາດບຸນປີໃໝ່2018

(VOVWORLD) - ວັນທີ 11 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດການພົບປະຜູ້ຕາງໜ້າບັນດາອົງການການທູດ, ນັກຂ່າວ, ຜູ້ຊ່ວຍວຽກສື່ມວນຊົນຕ່າງປະເທດ ປະຈຳຫວຽດນາມ ເນື່ອງໃນໂອກາດປີໃໝ່ 2018.

ພົບປະກັບຜູ້ຕ່າງໜ້າອົງການການທູດ,ນັກຂ່າວ,ຜູ້ຊ່ວຍວຽກສື່ມວນຊົນຕ່າງປະເທດປະຈຳຫວຽດນາມໃນໂອກາດບຸນປີໃໝ່2018 - ảnh 1 ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ

(ພາບ: vietnamnet.vn)

ກ່າວຄຳເຫັນທີ່ການພົບປະ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ ໄດ້ຂອບໃຈບັນດາການຕີລາຄາອັນດີງາມກ່ຽວກັບຫວຽດນາມ ໃນສື່ມວນຊົນຕ່າງປະເທດໄລຍະຜ່ານມາ ແລະ ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມເດີນທາງ ແລະ ການສະໜັບສະໜູນຂອງບັນດາອົງການສື່ມວນຊົນ, ສຳນັກຂ່າວສານຕ່າງປະເທດ ໃນການຮ່ວມເດີນທາງເພື່ອບັນລຸຜົນສຳເລັດ. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ ຢືນຢັນວ່າ, ບໍ່ສາມາດປະຕິບັດໜ້າທີ່ໄດ້ເປັນຢ່າງດີຖ້າຫາກຂາດການສະໜັບສະໜູນຂອງປະຊາຄົມສາກົນ ແລະ ພາກພື້ນ. ໃນນັ້ນ, ບັນດາອົງການສື່ມວນຊົນ, ສຳນັກຂ່າວສານຕ່າງປະເທດ, ໄດ້ສວມບົດບາດສຳຄັນທີ່ສຸດແມ່ນຂົ່ວເຊື່ອມຕໍ່ລະຫວ່າງຫວຽດນາມ ກັບໂລກ, ຊ່ວຍໃຫ້ໂລກມີຄວາມເຂົ້າໃຈກ່ຽວກັບສະພາບການຢູ່ຫວຽດນາມ ແລະ ປະກອບສ່ວນນຳບັນດາຊົນຊາດຫຍັບເຂົ້າໃກ້ກັນກວ່າ.

        ໃນປີໃໝ່ 2018, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຮ່າກິມຫງອກ ເຊື່ອໝັ້ນວ່າ, ບັນດາອົງການສື່ມວນຊົນ, ສຳນັກຂ່າວສານຕ່າງປະເທດ ຈະສືບຕໍ່ຮ່ວມເດີນທາງ ເພີ່ມພູນຄຸນສ້າງສາຍພົວພັນມິດຕະພາບລະຫວ່າງຫວຽດນາມ ກັບບັນດາປະເທດໃຫ້ນັບມື້ນັບແໜ້ນແຟ້ນກວ່າເພື່ອຜົນປະໂຫຍດລວມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາຂອງພາກພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ