ພົບປະພົນລະເມືອງ ລາວ ທີ່ເຄີຍອຸ້ມຊູຊ່ວຍເຫຼືອທະຫານອາສາສະໝັກຫວຽດນາມ

ພົບປະພົນລະເມືອງ ລາວ ທີ່ເຄີຍອຸ້ມຊູຊ່ວຍເຫຼືອທະຫານອາສາສະໝັກຫວຽດນາມ - ảnh 1
ບັນດານັກຮົບເກົ່າໄດ້ທົບທວນຄືນອະນຸສອນຕ່າງໆ ໃນການພົບປະສັງສັນ
(ພາບ: Khanh Lan)

 (vovworld) - ​ໃນ​ຂອບ​ເຂດ​ງານ​ມະ​ໂຫລານ​ມິດຕະພາບ​ປະຊາຊົນ​ຫວຽດນາມ - ລາວ ຄັ້ງ​ທີ 3, ວັນ​ທີ 18/7, ຢູ່​ຮ່າ​ໂນ້ຍ, ​ໄດ​້ດຳ​ເນີນ​ການ​ພົບ​ປະ​ສັງ​ສັນ​ລະ​ຫວ່າງ​ພົນລະ​ເມືອງ ລາວ 14 ຄົນ ​ແລະ ບັນ​ດາ​ນັກຮົບທະຫານອາສາ​ສະໝັກ, ຊ່ຽວຊານການ​ທະຫານ​ຫວຽດນາມ ​ເຄີຍ​ຊ່ວຍ​ເຫຼືອ​ລາວ. ​ເນັ້ນ​ໜັກ​ເຖິງ​ບັນດາ​ການ​ປະກອບສ່ວນ, ການ​ເສຍສະຫຼະ​ດ້ວຍ​ຄຸນຄ່າ​ອັນ​ສູງ​ສົ່ງ​ຂອງ​ບັນດາ​ຊ່ຽວຊານ​ທະຫານອາສາ​ສະໝັກ​ຫວຽດນາມ ທີ່​ເຄີຍ​ອຸທິດ​ສ່ວນ, ​ເສຍ​ສະຫຼະ​ຊີວິດ ​ເພື່ອ​ປະ​ເທດ​ລາວ​ໃນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ - ຫວຽດນາມ ສີ​ພອນ ບານ​ຈອງ​ພານິດ ຢັ້ງຢືນ​ວ່າ: ລຸ້ນຄົນ​ຕໍ່​ໄປ ຈະ​ສືບ​ຕໍ​ຮັກສາ, ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນາ​ຄວາມ​ສາມັກຄີ​ບໍລິສຸດ​ຜຸດ​ຜ່ອງ​ລະຫວ່າງ 2 ປະ​ເທດ ລາວ ​ແລະ ຫວຽດນາມ, ​ໃນ​ນັ້ນ ມີ​ການ​ໂຄສະນາ​ໃຫ້​ລຸ້ນໜຸ່​ມ​ເຂົ້າ​ໃຈ​ຢ່າງ​ເລິກ​​ເຊິ່ງກ່ຽວ​ກັບ​ມູນ​ເຊື້ອ​ອັນ​ປະ​ເສີດ​ເລີດ​ລ້ຳ​ຂອງ 2 ປະ​ເທດ ກ່ວາ​ອີກ.

ຂ່າວ/ບົດ​ອື່ນ