ພົບເຫັນບ່ອນໄຟໄໝ້ປ່າກວ່າ 2.500 ຈຸດຢູ່ ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -        ມີຢ່າງໜ້ອຍສຸດ 2.510 ຈຸດອາດຈະເກີດໄຟໄໝ້ປ່າ ຖືກພົບເຫັນຜ່ານດາວທຽມໃນຊຸມວັນແຕ່ 4 – 7 ກັນຍາຜ່ານມາ ຢູ່ຫຼາຍປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ພົບເຫັນບ່ອນໄຟໄໝ້ປ່າກວ່າ 2.500 ຈຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1(ພາບປະກອບ: TTXVN) 

      ທ່ານ Mulyono Mitchowo ຮອງຫົວໜ້າອົງການອາກາດ, ອຸຕຸນິຍົມ ແລະ ພູມມີຟີຊິກສາດ ອິນໂດເນເຊຍ ໃຫ້ຮູ້ວ່າ ບ່ອນທີ່ອາດຈະເກີດໄຟໄໝ້ປ່າມີທ່າອ່ຽງເພີ່ມຂຶ້ນ. ບັນດາບ່ອນເຫຼົ່ານັ້ນ ໄດ້ປະກົດເຫັນຢູ່ບັນດາປະເທດຄື ອິນໂນເນເຊຍ, ມາເລເຊຍ, ຟີລິບປິນ, ຫວຽດນາມ, Timor Leste, ໄທ ແລະ ປາປົວ ນິວກີເນ. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນປະກົດມີກຸ່ມຄວັນລອຍຂ້າມຊາຍແດນເທື່່ອ.

ອົງການອາກາດ, ອຸຕຸນິຍົມ ແລະ ພູມມີຟີຊິກສາດ ອິນໂດເນເຊຍ ໄດ້ຮຽກຮ້ອງປະຊາຊົນ ສືບຕໍ່ມີສະຕິລະວັງຕົວກັບເຫດໄຟໄໝ້ປ່າ, ເປັນມົນລະພິດທາງອາກາດ ແລະ ໄພແຫ້ງແລ້ງໃນສະພາບທີ່ອິນໂດເນເຊຍ ຕ້ອງປະເຊີນໜ້າກັບລະດູແລ້ງຢ່າງຮ້າຍແຮງ, ອັນໄດ້ກໍ່ໃຫ້ເກີດໄພແຫ້ງແລ້ງ ແລະ ໄຟໄໝ້ປ່າຢູ່ຫຼາຍທ້ອງຖິ່ນໃນປີນີ້.


ຕອບກັບ

ຂ່າວ/ບົດ​ອື່ນ