(vovworld) – ວັນທີ 28/09, ຕຳຫຼວດອາບການິສຖານ ໃຫ້ຮູ້ວ່າ, ຕາລີບານ ໄດ້ຄວບຄຸມເຄິ່ງນະຄອນ Kunduz, ເມືອງເອກແຂວງ Kunduz, ພາຍຫຼັງດຳເນີນການບຸກໂຈມຕີຢ່າງໃຫຍ່ຫຼວງເຂົ້ານະຄອນທີ່ຫາງຈາກນະຄອນຫຼວງ Kabul ໄປທາງທິດເໜືອ 250 ກ.ມ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ໂຄສົກຕຳຫຼວດແຂວງ Kunduz, Sarwar Hussaini ຢັ້ງຢືນວ່າ, ບັນດາມືປືນຕາລິບານ ໄດ້ບຸກເຂົ້ານະຄອນພາຍຫຼັງຖືກເສຍຫາຍໃນການປະທະກັນ. ຕາມຕົວເລກສະຖິຕິໃນເບື້ອງຕົ້ນ, ຢ່າງໜ້ອຍສຸດມີມືປືນຕາລີບານ 20 ຄົນເສຍຊີວິດ ໃນບັນດາການປະທະກັນ. ປະຈຸບັນ, ຕາລີບານ ພວມປິດລ້ອມສຳນັກງານຕຳຫຼວດແຂວງ. ທ່ານຮອງໂຄສົກກະຊວງພາຍໃນ Najiib Danesh ກໍຢັ້ງຢືນຂໍ້ມູນດັ່ງກ່າວ ແລະ ໃຫ້ຮູ້ວ່າ, ກຳລັງຊ່ວຍໜູນໄດ້ຮັບການຜັນຂະຫຍາຍຢູ່ທີ່ນີ້.