ພາຍຸ Kong - rey ພັດເຂົ້າສ.ເກົາຫຼີ ກໍ່ຄວາມເສຍຫາຍຫຼາຍຢ່າງ

(VOVWORLD) -ວັນທີ 06 ຕຸລາ, ພາຍຸ Kong – rey ໄດ້ພັດເຂົ້າສ.ເກົາຫຼີ, ເຊິ່ງເຮັດໃຫ້ຢ່າງໜ້ອຍສຸດມີ 2 ຄົນເສຍຊີວິດ, 1 ຄົນຫາຍສາບສູນ ແລະ ນັບຮ້ອຍຄົນຕ້ອງຍົກຍ້າຍ, 61.000 ຄອບຄົວຂອງປະເທດນີ້ບໍ່ມີໄຟຟ້າໃຊ້.

ພາຍຸ Kong - rey ພັດເຂົ້າສ.ເກົາຫຼີ ກໍ່ຄວາມເສຍຫາຍຫຼາຍຢ່າງ - ảnh 1 ພາຍຸ Kong - rey ພັດເຂົ້າສ.ເກົາຫຼີ ກໍ່ຄວາມເສຍຫາຍຫຼາຍຢ່າງ

(ພາບ: TTXVN)

ພາຍຸ Kong – rey ໄດ້ພັດເຂົ້າແຂວງທາງພາກໃຕ້ Gyeongsang ໃນຕອນເຊົ້າວັນທີ 06 ຕຸລາ, ເກີດມີພາຍຸຝົນຕົກໜັກ ພັດຜ່ານຫຼາຍນະຄອນໃຫຍ່ຂອງເຂດນີ້ ກ່ອນທີ່ຈະມຸ່ງໜ້າອອກໄປສູ່ທະເລໃນຕອນແລງຂອງວັນດຽວກັນ. ສະຫະສະມາຄົມສະໜາມບິນສ.ເກົາຫຼີ ໄດ້ແຈ້ງວ່າ, ບັນດາສະໜາມບິນທາງທິດໃຕ້ຂອງປະເທດນີ້ໄດ້ກັບຄືນສູ່ສະພາບປົກກະຕິແລ້ວໃນຕອນບ່າຍວັນທີ 06 ຕຸລາ, ພາຍຫຼັງພາຍຸ Kong – rey ໄປຜ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ