ຟີລີບປີນຍູ້ແຮງບັ້ນຮົບກວດລ້າງພວກກະບົດອິດສະລາມຢູ່Marawi

(VOVWORLD) -ວັນທີ 25 ພຶດສະພາ, ກອງທັບ ຟີລີບປີນ ໄດ້ຮັບການຫນູນຊ່ວຍຈາກ ເຮືອບິນກອບແຕ ແລະ ລົດຫຸ່ມເກາະ ໄດ້ດຳເນີນບັ້ນຮົບກວດລ້າງພວກກະບົດອິດສະລາມຢູ່ພາຍໃນຕົວເມືອງ Marawi ພາກໃຕ້ ຟີລີບປີນ. 

ຟີລີບປີນຍູ້ແຮງບັ້ນຮົບກວດລ້າງພວກກະບົດອິດສະລາມຢູ່Marawi - ảnh 1 ຟີລີບປີນຍູ້ແຮງບັ້ນຮົບກວດລ້າງພວກກະບົດອິດສະລາມຢູ່Marawi

ພາບ: Reuters

ການກະທຳນີ້ຂອງກອງທັບ ຟີລີບປີນ ໄດ້ດຳເນີນໄປພາຍຫລັງປະທານາທິບໍດີ ປະເທດນີ້ ທ່ານ Rodrigo Duterte ຕົກລົງຈັດວາງກົດໄອຍະການເສິກໃນເກາະ Mindanao ເພື່ອແນໃສ່ໂຕ້ຕອບສະພາບການໃຊ້ຄວາມຮຸນແຮງຢູ່ເກາະແຫ່ງດັ່ງກ່າວ ໂດຍພວກກະບົດອິດສະລາມກໍ່ຂຶ້ນ. ວົງການເຈົ້າຫນ້າທີ່ ຟີລີບປີນ ຮັບຮູ້ວ່າ: ຄວາມມານະພະຍາຍາມຢຸດຕິສະພາບການໃຊ້ຄວາມຮຸນແຮງໃນເກາະຈະປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນພວກກະບົດອິດສະລາມຍັງຄົງລີ້ຕົວໃນບັນດາອາຄານທີ່ສາມັນຊົນພວມອາໄສ ແລະ ຈັບຫລາຍຄົນເປັນຕົວປະກັນ, ໃນຂະນະນັ້ນ ກຳລັງກະບົດນີ້ພວມວາງລູກລະເບີດຜະລິດເອງເປັນຈຳນວນຫລາຍຕາມຖະຫນົນໃນຕົວເມືອງນີ້. ຕາມເຈົ້າຫນ້າທີ່ກອງທັບ ຟີລີບຟີນ ຈຳນວນຫນຶ່ງແລ້ວ, ຢູ່ເກາະແຫ່ງນີ້ ປະຈຸບັນ ມີມືປືນອິດສະລາມ ປະມານ 50 -100 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ