ມອບຊໍ່ດອກໄມ້ໃຫ້ນັກທ່ອງທ່ຽວ
ພາບ:.trt.com.vn
|
(vovworld)- ທ່ານ ຟານແທງຫາຍ, ຜູ້ອຳນວຍການສູນອະນຸລັກຮັກສາເຂດປູຊະນີຍະສະຖານ ກຸງເກົ່າ ເຫ້ວ ໃຫ້ຮູ້ວ່າ: ເນື່ອງໃນໂອກາດປີໃຫມ່, ຂະແຫນງທ່ອງທ່ຽວແຂວງເທື່ອທຽນເຫ້ວ ໄດ້ຈັດຕັ້ງການຕ້ອນຮັບ ແລະ ອວຍພອນ ນັກທ່ອງທ່ຽວ 20 ຄົນ ເຂົ້າທ່າອກາດສະຍານສາກົນ ຟູບາຍໃນຈຸດເວລາທຳອິດຂອງປີໃຫມ່. ປີ 2014, ແຂວງ ເທື່ອທຽນເຫ້ວ ສູ້ຊົນ ຕ້ອນຮັບນັກທ່ອງທ່ຽວແຕ່ 2,8-3 ລ້ານເທື່ອຄົນ ດ້ວຍຍອດລາຍຮັບບັນລຸ 2.800-2.900 ຕື້ດົງ, ເພີ່ມຂຶ້ນ 16-18% ເມື່ອທຽບໃສ່ປີກາຍ. ປີ 2013, ໃນເງື່ອນໄຂເສດຖະກິດພາຍໃນປະເທດ ແລະ ໂລກ ປະົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ຂະແຫນງທ່ອງທ່ຽວແຂວງ ເທື່ອທຽນເຫ້ວ ຕ້ອນຮັບນັກທ່ອງທ່ຽວເກືອບ 2,6 ລ້ານເທື່ອຄົນ, ໃນນັ້ນ ມີນັກທ່ອງທ່ຽວສາກົນກວ່າ 900.000 ເທ່ືອຄົນ.