(vovworld)- ທີ່ການປະຊຸມຂ່າວປະກາດຂໍ້ຕົກລົງອະໄພຍະໂທດຂອງທ່ານປະທານປະເທດ ຊື່ງດຳເນີນໃນຕອນເຊົ້າວັນທີ 28/8 ຢູ່ ຮ່າໂນ້ຍ, ທ່ານ ຢາງເຊີນ, ຮອງຫົວຫນ້າຫ້ອງວ່າການປະທານປະເທດ ໃຫ້ຮູ້ວ່າ: ການອະໄພຍະໂທດ ເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນປະຕິວັດເດືອນ 8 ແລະ ວັນຊາດທີ 2/9 ແມ່ນການອະໄພຍະໂທດຄັ້ງໃຫຍ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ອີກຄັ້ງຫນຶ່ງສືບຕໍ່ຢືນຢັນນະໂຍບາຍອະນຸໂລມຂອງພັກ, ລັດຫວຽດນາມ ສຳລັບຜູ້ມີການກະທຳຜິດ, ສົ່ງເສີມເຂົາເຈົ້າຝຶກຝົນຫລໍ່ຫລອມກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ. ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກປະທານປະເທດ ເຈືອງເຕີນຊາງ, ທ່ານ ຢາງເຊີນ ປະກາດຂໍ້ຕົກລົງຂອງປະທານປະເທດ ກ່ຽວກັບການອະໄພຍະໂທດປີ 2015 ແມ່ນຕົກລົງອະໄພຍະໂທດ, ປ່ອຍຕົວກ່ອນກຳນົດເວລາໃຫ້ນັກໂທດ ກວ່າ 18.000 ຄົນ, ໃນນັ້ນ 34 ຄົນແມ່ນມີສັນຊາດຈາກ 7 ປະເທດ.