ໃນໃນວັນທີ 22 ແລະ 23 ທັນວາ, ຄະນະປະຕິບັດງານລວມມີພະນັກງານ, ນັກຮົບສັງກັດກໍ່າປັ່ນ HQ 996 ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່ ແລະ ມອບຂອງຂວັນບັນດານັກຮົບເຊິ່ງພວມປະຕິບັດໜ້າທີ່ຢູ່ໝູ່ ດ໋ານາມ ແລະ ດ໋າທິ, ໝູ່ເກາະ ເຈື່ອງຊາ. ນຳເຄື່ອງຂອງຮັບໃຊ້ບຸນປີໃໝ່ປະຈຳຊາດ 2012 ເຊິ່ງອຳນາດການປົກຄອງ ແລະ ປຊຊ ໃນທົ່ວປະເທດມອບໃຫ້ບັນດານັກຮົບ, ພັນເອກ ຫງວຽນດຶກເວື້ອງ, ຮອງກຳມະການການເມືອງກອງບັນຊາການທະຫານເຂດ 4 ໄດ້ສະດງຄວາມເຊື້ອໝັນວ່າ ພະນັກງານ, ນັກຮົບໃນໝູ່ເກາະຍາມໃດກໍ່ສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ ແລະ ເຮັດສຳເລັດໜ້າທີ່ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ .
“ ມາຮອດຈຸດເວລານີ້, ຄະນະປະຕິບັດງານໄດ້ໄປຮອດເກາະບາງແຫ່ງ. ແລະ ສິ່ງທີ່ຝັງເລີກໃນດວງໃຈຂອງທຸກຄົນໃນຄະນະນັ້ນແມ່ນຈິດໃຈ, ເຈດຈຳນົງຕັດສິນໃຈຂອງທະຫານ ແລະ ປຊຊ ເມືອງເກາະ ເຈື່ອງຊາ, ພວມສາມັກຄີເປັນຈິດໜື່ງໃຈດຽວຜ່ານຜ່າທຸກຄວາມຫຍຸ້ງຍາກເພື່ອເຮັດສຳເລັດໜ້າທີ່ເຊິ່ງພັກ, ລັດ ແລະ ປຊຊ ມອບໝາຍໃຫ້ ” .