ມອບລາງວັນອາສາສະໝັກແຫ່ງຊາດປີ 2017

(VOVWORLD) -ຕອນເຊົ້າວັນທີ 02 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ສົມທົບກັບລາຍການອາສາສະໝັກສະຫະປະຊາຊາດ ຈັດວັນບຸນອາສາສະໝັກແຫ່ງຊາດ ແລະ ພິທີມອບລາງວັນອາສາສະໝັກແຫ່ງຊາດປີ 2017.

ມອບລາງວັນອາສາສະໝັກແຫ່ງຊາດປີ 2017 - ảnh 1ມອບລາງວັນອາສາສະໝັກແຫ່ງຊາດປີ 2017

(ພາບ: qdnd.vn)

ຫົວຂໍ້ຂອງວັນບຸນອາສາສະໝັກປີນີ້ແມ່ນ “ຊາວໜຸ່ມສາສາສະໝັກ - ນຳໜ້າໃນການກະທຳ”. ຕາມນັ້ນແລ້ວ, ນັກອາສາສະໝັກເວົ້າລວມ ແລະ ຊາວໜຸ່ມອາສາສະໝັກ ເວົ້າສະເພາະ ຍາມໃດກໍ່ມີໜ້າ, ພ້ອມແລ້ວທີ່ຈະເຂົ້າຮ່ວມບັນດາການແກ້ໄຂວິກິດການ; ພ້ອມແລ້ວທີ່ຈະໄປຮອດບໍ່ວ່າແຫ່ງໃດເພື່ອໜູນຊ່ວຍປະຊາຄົມ ແລະ ເຂົ້າຮ່ວມການພັດທະນາຂອງປະເທດຊາດ.

        ທີ່ພີທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ 8 ໝູ່ຄະນະ, ສ່ວນບຸກຄົນ 7 ຄົນທີ່ມີຜົນງານດີເດັ່ນໃນວຽກງານອາສາສະໝັກ.

ຕອບກັບ

ຂ່າວ/ບົດ​ອື່ນ