ມອບລາງວັນໃຫ້ບົດປະພັນດີເດັ່ນກ່ຽວກັບການ“ຮໍ່າຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”

ມອບລາງວັນໃຫ້ບົດປະພັນດີເດັ່ນກ່ຽວກັບການ“ຮໍ່າຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ” - ảnh 1
ມອບລາງວັນໃຫ້ບົດປະພັນດີເດັ່ນກ່ຽວກັບການ
“ຮໍ່າຮຽນແລະປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”
(ພາບປະກອບ)


(vovworld) – ​ທີ່​ພິທີ​ມອບ​ລາງວັນຄັ້ງ​ທີ 2 - ສະຫຼຸບ​ໄລຍະ 2011 – 2015 ​ແລະ ປຸກລະດົມ​ໄລຍະ 2016 – 2020 - ລາງວັນ​ຫົວຄິດ​ປະດິດ​ສ້າງ, ​ໂຄສະ​ນາ​ບົດ​ປະພັນ​ວັນ​ນະຄະ​ດີ, ສິລະ​ປະ, ສ່ື​ມວນ​ຊົນ​ດ້ວຍ​ຫົວ​ຂໍ້ “ຮໍ່າຮຽນ​ ແລະ​ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ”, ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 19/09, ຢູ່​ນະຄ​​ອນ​ໂຮ່ຈິ​ມິນ, ມີ 43 ບົດ​ປະພັນ, ຜູ້​ແຕ່ງ, ໝູ່​ຄະນະ, ສ່ວນ​ບຸກຄົນ ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້. ນີ້​ແມ່ນ​ລາງວັນ​ໂດຍຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ປຸກລະດົມ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ, ສ້າງ​​ເງ​ື່ອນ​ໄຂ​ໃຫ້​ຖັນ​​ແຖວ​ນັກ​ປະພັນ​ວັນ​ນະ​ຄະດີສິລະ​ປະ, ນັກ​ຂ່າວ​ຊອກ​ຫາ, ຄົ້ນ​ພົບ, ​ໂຄສະນາ​ບັນດາ​ແບບຢ່າງ​ດີ​ເດັ່ນ, ວິທີ​ປະຕິບັດ​ທີ່​ດີ​ໃນ​ການ​ຮໍ່າຮຽນ​ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່. ຜ່ານ​ບັນດາ​ຮູບ​ການ​ວັນ​ນະ​ຄະດີສິລະ​ປະ ​ແລະ ສ່ື​ມວນ​ຊົນ, ບັນດາ​ນັກ​ປະພັນ​​ເຊິ່ງ​ແມ່ນ​ໝູ່​ຄະນະ, ສ່ວນ​ບຸກຄົນ​ໄດ້​ສະ​ແດງ​ໃຫ້​ເຫັນ​​ການ​ຮໍ່າຮຽນ​ ​ແລະ ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ລຸງ​ໂຮ່ ຢ່າງ​ແທດ​ຈິງ, ມີ​ຊີວິດ​ຊີວາ, ລຽບງາຍທີ່​ສຸດ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ປຸກລະດົມລາງວັນ​ປະ​ດິດ​ແຕ່ງ, ​ໂຄສະ​ນາ​ບົດ​ປະພັນ​ວັນ​ນະຄະ​ດີ, ສິລະ​ປະ, ສ່ື​ມວນ​ຊົນ​ດ້ວຍ​ຫົວ​ຂໍ້ “ຮໍ່າຮຽນ​ ແລະ​ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​​ໂຮ່ຈິ​ມິນ” ​ໄລຍະ 2016 – 2020.

ຂ່າວ/ບົດ​ອື່ນ