ພວກນ້ອງນັກສຶກສາໄດ້ຮັບລາງວັນ KOVA
ພາບປະກອບ:internet
|
(vovworld)- ທີ່ພິທີມອບລາງວັນ KOVA ຄັ້ງທີ 1 ດຳເນີນໄປໃນວັນຕອນເຊົ້າວັນທີ 3/11 ຢູ່ ຮ່າໂນ້ຍ, ມີ 12 ສ່ວນບຸກຄົນ ແລະ 4 ໝູ່ຄະນະໄດ້ຮັບລາງວັນດັ່ງກ່າວ ຍ້ອນໄດ້ມີການປະກອບສ່ວນໃນການຄົ້ນຄ້ວາວິທະຍາສາດ, ການອອກແຮງງານ, ທຳການຜະລິດໃນບັນດາຂົງເຂດຂອງຊີວິດ ແລະ ໃນການມອບທຶນສຶກສາໃຫ້ແກ່ນັກຮຽນທຸກຍາກບືນຕົວຂຶ້ນຮຳ່ຮຽນເກັ່ງ. ກ່າວຄຳເຫັນທີ່ພິທີ, ທ່ານນາງຮອງປະທານປະເທດຫວຽດນາມ ຫງວຽນທິຢວານ, ປະທານຄະນະກຳມະການລາງວັນ KOVA ໄດ້ຍ້ອງຍໍບັນດາຜົນງານຂອງໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ຮັບລາງວັນໃນຄັ້ງນີ້ ແລະ ເນັ້ນຫນັກວ່າ: ນັບແຕ່ເມື່ອໄດ້ຮັບການສ້າງຂຶ້ນມາຮອດປະຈຸບັນ, ລາງວັນ KOVA ແມ່ນການລະດົມກຳລັງໃຈ, ປຸກລຸກຄວາມສູ້ຊົນຂອງປະຊາຊົນທຸກຊັ້ນວັນນະ ພິເສດແມ່ນປັນຍາຊົນ, ນັກສຶກສາໃນທົ່ວປະເທດ. ທ່ານນາງຮອງປະທານປະເທດປາດຖະຫນາວ່າ ບັນດາແບບຢ່າງດີເດັ່ນທີ່ໄດ້ຮັບລາງວັນດັ່ງກ່າວ ສືບຕໍ່ແຂ່ງຂັນ, ສູ້ຊົນເພື່ອປະກອບສ່ວນໃນການສ້າງສາປະເທດຊາດ, ບັນດານັກສຶກສາບັນລຸຜົນງານການຮຳ່ຮຽນ ແລະ ວຽກງານດີກວ່າ.