ມະຕິກ່ຽວກັບທະເລຕາເວັນອອກ ແມ່ນມະຕິທີ່ສຳຄັນທີ່ສຸດ ສຳລັບພາກພື້ນ

ມະຕິກ່ຽວກັບທະເລຕາເວັນອອກ ແມ່ນມະຕິທີ່ສຳຄັນທີ່ສຸດ ສຳລັບພາກພື້ນ         - ảnh 1
​ທ່ານນາງ Madeleine Bordallo ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ

(vovworld)- ມະ​ຕິ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ແມ່ນ​ມະ​ຕິ​ທີ່​ສຳ​ຄັນ​ທີ່​ສຸດ ສຳ​ລັບ​ພາກ​ພື້ນ. ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານນາງ Madeleine Bordallo ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ໃນ​ການ​ແລກ​ປ່ຽນ​ກັບ​ນັກ​ຂ່າວ VOV ປະ​ຈຳ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ ແລະ ທະ​ເລ​ຮ​ວາ​ຕຸງ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ວິ​ທີໂດຍ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ​ຮັບ​ຮອງ​ເອົາ​ໃນ​ອາ​ທິດ​ແລ້ວນີ້. ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບ​ຂອງ​ມະ​ຕິນີ້​ທີ່​ມີ​ຕໍ່​ອາ​ເມ​ລິ​ກາ ກໍ​ຄື​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢູ່ ທະ​ເລ​ຕາ​ເວັນ​ອອກ, ທ່ານນາງ Madeleine Bordallo ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ ຖື​ວ່າ : 

   “  ດ້ວຍ​ການ​ຮັບ​ຮອງ​ເອ​ົາ ມະ​ຕິ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈ້ງວ່າ ພວກ​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ຂັດ​ແຍ້ງ​ກັນ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ຜ່ານນັ້ນ ກໍ​ຊ່ວຍ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ. ມະ​ຕິ​ກໍ​ໄດ້​ຢືນ​ຢັນ​ຄືນ​ກ່ຽວ​ກັບຫຼັກ​ໝັ້ນ​ຂອງ​ອາ​ເມ​ລິ​ກາ​ໃນ​ນະ​ໂຍ​ບາຍ​ສ້າງ​ຄວາມ​ດຸນ​ດຽງ​ຄືນ​ໃໝ່ ແລະ ແນ່ນອນ​ວ່າ​ຈະ​ປະ​ກອບ​ສ່ວນ​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖະ​ກິດ ແລະ ຄວາມ​ໝັນ​ຄົງ​ໃນ​ພາກ​ພື້ນ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາມະ​ຕິທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພາກ​ພື້ນ”

   ຕາມທ່ານນາງ Madeleine Bordallo ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາແລ້ວ, ສະ​ພາ​ແຫ່ງ​ຊາ​ດ​ອາ​ເມ​ລິ​ກາ​ຖື​ວ່າ ການ​ຂັດ​ແຍ້ງ​ກັນ​ຢູ່ ທະ​ເລ​ຕາ​ເວັນ​ອອກ ແມ່ນ​ກ່ຽວ​ຂ້ອງ​ເຖິງຫຼາຍ​ປະ​ເທດ ແລະ ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ນີ້ ມີ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ສະ​ພາ​ວະ​ທີ່​ອາ​ເມ​ລິ​ກາ​ພວມ​ຫັນ​ຈຸດ​ໃຈ​ກາງ​ໄປ​ສູ່​ພາກ​ພື້ນອາ​ຊີ​-ປາ​ຊີ​ຝິກ.

ຕອບກັບ

ຂ່າວ/ບົດ​ອື່ນ