ມາດຕະການຊຸກຍູ້ດຶງດູດເງິນລົງທຶນເຂົ້າພື້ນຖານໂຄງລ່າງຄົມມະນາຄົມ

ມາດຕະການຊຸກຍູ້ດຶງດູດເງິນລົງທຶນເຂົ້າພື້ນຖານໂຄງລ່າງຄົມມະນາຄົມ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ “ມາດ​ຕະ​ການ​ຊຸກ​ຍູ້​ການ​ດຶງ​ດູດ​
ເງິນ​ລົງ​ທຶນເຂົ້າ​ພື້ນ​ຖານ​ໂຄ​ງ​ລ່າງ”
(ພາບ: vietinbank.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 12/12, ທີ່​ສູນກອງ​ປະ​ຊຸມ​ສາ​ກົນທີ່​ຮ່າ​ໂນ້ຍ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ມາດ​ຕະ​ການ​ຊຸກ​ຍູ້​ການ​ດຶງ​ດູດ​ເງິນ​ລົງ​ທຶນເຂົ້າ​ພື້ນ​ຖານ​ໂຄ​ງ​ລ່າງ”. ບັນ​ດາ​ນັກ​ລົງ​ທຶນ, ທະ​ນາ​ຄານ, ອົງ​ການ​ຄຸ້ມ​ຄອງ​ລັດ, ບັນ​ດາ​ນັກ​ຊ່ຽວ​ຊານ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ຂອງ​ຂະ​ແໜງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ກ່ຽວ​ກັບ​ລະ​ບອບ, ນ​ະ​ໂຍບ​າຍ, ຊຸກ​ຍູ້ ແລະ ດ​ຶງ​ດູດ​ແຫຼ່ງ​ທຶນ​ຫັນ​ເປັນ​ສັງ​ຄົມ​ເຂົ້າ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ​ຄ​ົມ​ມະ​ນາ​ຄົມ​ຢ່າງ​ແຮງ​ກ່​ວາ​ອີກ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ຫງວຽນ​ຮົ່ງ​ເຈື່ອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ, ຊີ້​ແຈ້ງວ່າ:

        “ເພື່ອ​ບັນ​ລຸ​ໄດ້​ຈຸດ​ໝາຍ​ນຳ ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ທັນ​ສະ​ໄໝ​ໃນ​ປີ 2020 ໂດຍ​ພື້ນ​ຖານ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ພິ​ເສດ​ແມ່ນ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໄດ້​ຮັບ​ການ​ກຳ​ນົດ​ແມ່ນ​ໜຶ່ງ ໃນສາມ​ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດນັ້ນ, ຄວາມຕ້ອງການດ້ານ​ແຫຼ່ງ​ເງິນ​ລົງ​ທຶນ​ໄລ​ຍະ​ແຕ່ນີ້​ຮອດ​ປີ 2020 ຂອງ ຫວຽດ​ນາມ ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ໃນ​ເງື່ອນ​ໄຂ​ແຫຼ່ງ​ງົບ​ປະ​ມານ​ຂອງ​ລັດ​ຍັງ​ຖືກຈຳ​ກັດ​ຢູ່, ລັດ​ຖະ​ບານ ຫວຽດ​ນາມ ກຳ​ນົດ​ເລື່ອງ​ລະ​ດົມ​ແຫຼ່ງ​ເງິນ​ລົງ​ທຶນ​ຈາກ​ບັນ​ດາ​ພາກ​ສ່ວນ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ທັງຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ແມ່ນ​ຈຳ​ເປັນ ແລະ ສຳ​ຄັນ​ທີ່​ສຸດ.”


ຂ່າວ/ບົດ​ອື່ນ