ທ່ານ Nagib Razak ນາຍົກລັດຖະມົນຕີ ມາເລຍເຊຍ
(ພາບ: The Wall Street Journal)
(vovworld) - ໂດຍຮັບຄຳເຊີນຂອງປະທານາທິບໍດີ ຟິລິບປີນ Benigno Aquino, ວັນທີ 14/10, ທ່ານ Nagib Razak ນາຍົກລັດຖະມົນຕີ ມາເລຍເຊຍ ໄດ້ເດີນທາງໄປຍັງນະຄອນຫລວງ ມານີລາ ປະເທດ ຟິລິບປີນ ເພື່ອເປັນສັກຂິພິຍານພິທີລົງນາມໃນສັນຍາແມ່ສັນຕິພາບລະຫວ່າງ ລັດຖະບານ ຟິລິບປີນ ແລະ ແນວໂຮມປົດປ່ອຍອິດສະລາມ Moro ຊຶ່ງດຳເນີນໄປໃນວັນທີ 15/10. ມາເລເຊຍ ເຄີຍເປັນຝ່າຍທີ 3 ເຂົ້າຮ່ວມຢ່າງຕັ້ງຫນ້າເຂົ້າໃນບັນດາການເຈລະຈາສັນຕິພາບລະຫວ່າງລັດຖະບານ ຟິລິບປີນ ແລະ ແນວໂຮມປົດປ່ອຍອິດສະລາມ Moro ນັບແຕ່ປີ 2001 ພ້ອມທັງນຳຫນ້າ ຫນ່ວຍຕິດຕາມກວດກາສາກົນຢູ່ ປະເທດນີ້ນັບແຕ່ປີ 2004. ສັນຍາແມ່ສັນຕິພາບ ແມ່ນວິວັດທະນາການໃຫ້ແກ່ການສ້າງຕັ້ງເຂດປົກຄອງຕົນເອງແຫ່ງໃຫມ່ໃຫ້ແກ່ຊາວມຸດສະລິມຢູ່ພາກໃຕ້ ຟິລິບປີນ ເພື່ອຈຸດປະສົງເປີດເສັ້ນທາງໃຫ້ແກ່ພື້ນຖານສັນຕິພາບຍາວນານພາຍຫລັງການປະທະກັນມາເປັນເວລາ 40 ປີ.