ມາເລເຊຍ,ຈີນເພີ່ມທະວີການຮ່ວມມືປ້ອງກັນຊາດ
ນາຍົກລັດຖະມົນຕີ ສີຈິ້ນຜິງ ແລະ ນາຍົກລັດຖະມົນຕີ Najib Razak
(ພາບປະກອບຈາກ Reuters)
(vovworld) - ມາເລເຊຍ ແລະ ຈີນ ຈະດຳເນີນການຊ້ອມຮົບຮ່ວມແຕ່ປີ 2014, ຍູ້ແຮງການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືປ້ອງກັນຊາດເຊິ່ງໄດ້ຮັບການລົງນາມກ່ອນນີ້ 9 ປີ. ຂໍ້ຕົກລົງດັ່ງກ່າວບັນລຸໄດ້ໃນການເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ຈ໋າງກວາງແຈ໋ວງ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ມາເລເຊຍ Hishammuddin Hussein ທີ່ພວມຢູ່ຢ້ຽມຢາມ ບັກກິ່ງ ແຕ່ວັນທີ 29 – 31/10 ເພື່ອແນໃສ່ຍູ້ແຮງການຮ່ວມມືຍຸດທະສາດຮອບດ້ານ 2 ຝ່າຍກ່ວາອີກ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີ Hishammuddin Hussein ໃຫ້ຮູ້ວ່າ: ການຊ້ອມຮົບຈະລວມມີການຊ້ອມຮົບທັງທາງບົກ, ທາງນ້ຳ ແລະ ທາງອາກາດ. 2 ຝ່າຍກໍ່ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂົງເຂດປ້ອງກັນຊາດກ່ວາອີກ, ພິເສດແມ່ນໃນວຽກງານຈັດຕັ້ງການຊ້ອມຮົບຮ່ວມ, ແລກປ່ຽນທະຫານ, ສ້າງຕັ້ງການພົວພັນຮ່ວມມືໃນຂະແໜງອຸດສາຫະກຳປ້ອງກັນຊາດ, ຕ້ານກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ.
ໃນໄລຍະຢູ່ຢ້ຽມຢາມ ຈີນ, ທ່ານລັດຖະມົນຕີ Hishammuddin Hussein ໄດ້ພົບປະກັບການນຳການທະຫານອັນດັບໜຶ່ງຂອງ ຈີນ.