ມຽນມາຊຸກຍູ້ວິວັດທະນາການກໍ່ສ້າງKokangຄືນໃໝ່

ມຽນມາຊຸກຍູ້ວິວັດທະນາການກໍ່ສ້າງKokangຄືນໃໝ່ - ảnh 1
ປະ​ຊາ​ຊົນ Kokang
(ພາບ: AFP/TTXVN)

(vovworld) – ວັນ​ທີ 2/3, ​ສື່​ສານ ມຽນມາ ໃຫ້​ຂ່າວ​ວ່າ: ລັດ​ຖະ​ບານ​ປະ​ເທດນີ້​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ໜູນ​ຊ່ວຍ​ຟື້ນ​ຟູ Kokang ເພື່ອ​​ກໍ່ສ​້າງເຂດ​ເຄີຍ​ຖືກ​ທຳ​ລາຍ​ຍ້ອນ​ບັນ​ດາ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ໃນຫຼາຍ​ອາ​ທິດ​ຢູ່ ລັດ Shan, ພາກ​ຕ​າ​ເວັນ​ອອກ​ສ່ຽງ​ເໜືອ ປະ​ເທດນີ້. ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ຫ້ອງວ່າ​ການ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ U Hla Tun ນຳ​ໜ້າ ແລະ ມີ​ໜ້າ​ທີ່​ນຳ​ໃຊ້​ກອງ​ທຶນ​ພິ​ເສດ​ຂອງ ປະ​ນາ​ທິ​ບໍ​ດີ​ເພື່ອ​​ກໍ່ສ້າງ​ເຂດນີ້​ຄືນ​ໃໝ່. ວຽກ​ງານ​ກໍ່ສ້າງ​​ເຂດນີ້​ຄືນ​ໃໝ່​ຈະ​ລວມ​ທັງ​ເມືອງ​ເອກ Laukkai ຂອງ Kokang, ບ່ອນ​ທີ່​ປະ​ຊາ​ຊົນ​ໄປ​ອົບ​ພະ​ຍົບ​ໄດ້​ກັບ​ຄືນ​ຈາກ​ບ່ອນຫຼິ້​ໄພ​ນັບ​ແຕ່​ຕົ້ນ​ອາ​ທິດ​ກ່ອນ​ແລ້ວ, ພາຍຫຼັງ​ທີ່​ສະ​ພາບ​ການ​ຢູ່​ທີ່ນີ້​ເປັນ​ປົກ​ກະ​ຕິ​. ບັນ​ດາທະ​ຫານ, ປະ​ຊາ​ຊົນ, ອົງ​ການ​ສັງ​ຄົມ, ພາ​ລະ​ກອນ​ລັດ​ຖະ​ບານ​ຢູ່​ທ້ອງ​ຖິ້ນ ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ເຮັດ​ອະ​ນາ​ໄມ ​ສ້າງ​ຄວາມ​ສະ​ອາດເພື່ອ​ປັບ​ປຸງສະ​ພາບ​ແວດ​ລ້ອມຢູ່ Laukkai.


ຂ່າວ/ບົດ​ອື່ນ