ມຽນມາຍົກເລີກການເລືອກຕັ້ງສະພາແຫ່ງຊາດຄັ້ງເພີ່ມເຕີມ

ມຽນມາຍົກເລີກການເລືອກຕັ້ງສະພາແຫ່ງຊາດຄັ້ງເພີ່ມເຕີມ - ảnh 1
ປະທານາທິບໍດີ ມຽນມາ U Thein Sein.
(ພາບ: AFP)

 (vovworld)-​​​ ວັນ​ທີ 7/9, ​ຄະ​ນະ​ກຳ​ມະ​ກາ​ນ​ເລືອກ​ຕັ້ງສະ​ຫະ​ພາບ ມຽນ​ມາ ໄດ້​ປະ​ກາດ​ ຍົກ​ເລີກການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ຄັ້ງ​ເພີ່ມ​ເຕີ​ມ​ເທື່ອ​ທີ 2 ເຊິ່ງ​ຕາມ​ແຜນ​ການ​ແລ້ວ​ຈະ​ດຳ​ເນີນ​ໃນ​ທ້າຍ​ປີ 2014. ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການເລືອກ​ຕັ້ງ U Tin Aye ໃຫ້​ຮູ້​ວ່າ: ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຮັບ​ຮອງ​ເອົາ​ພາຍຫຼັງ​ກອງ​ປະ​ຊຸມ​ກັບເກືອບ 30 ພັກ​ການ​ເມືອງ​​ທີ່ສູນ​ສັນ​ຕິ​ພາບ ມຽນ​ມາ ຢູ່​ນະ​ຄອນ Yangon. ຢ່າງ​ໃດ​ກໍ່​ຕາມ, ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຍັງ​ຈະ​ໄດ້​ດຳ​ເນີນ​ໃນ​ທ້າຍ​ປີ 2015, ອາດ​ຈະ​ໃນ​ເດືອນ 11 ຕາມ​ແຜນ​ການ​ທີ່​ໄດ້​ກຳ​ນົດ.


ຂ່າວ/ບົດ​ອື່ນ