ຢູແກຼນ:ກຳລັງຢູ່ພາກຕາເວັນອອກເປີດການບຸກໂຈມຕີໃນວັນທຳອິດຂອງປີໃໝ່
ການປະທະກັນເກີດຂຶ້ນໃນວັນຕົ້ນປີ
(ພາບ: dantri.com)
|
(vovworld) – ກອງທັບ ຢູແກຼນ ໃຫ້ຮູ້ວ່າ: ກຳລັງທວງເອົາເອກະລາດຢູ່ພາກຕາເວັນອອກໄດ້ດຳເນີນບັນດາການບຸກໂຈມຕີຕ່າງຫາກແນໃສ່ກຳລັງລັດຖະບານໃນວັນທຳອິດຂອງປີໃໝ່ 2015, ເຮັດໃຫ້ສາມັນຊົນ 1 ຄົນເສຍຊີວິດ ແລະ ທະຫານ 3 ຄົນຖືກຮັບບາດເຈັບ. ກຳລັງທວງເອົາເອກະລາດໄດ້ເປີດການບຸກໂຈມຕີຂະໜາດນ້ອຍ ແລະ ຍິງປືນໃສ່ບາງຖານທີ່ໝັ້ນຂອງທະຫານລັດຖະບານຢູ່ພາກຕາເວັນອອກ. ນອກຈາກຄວາມເສຍຫາຍດ້ານຊີວິດອີນຊີແລ້ວ, ຢ່າງນ້ອຍສຸດມີເຮືອນ 2 ຫຼັງຖືກທຳລາຍ. ການບຸກໂຈມຕີຄັ້ງຕ່າງໆເກີດຂຶ້ນໃນຂະນະທີ່ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ຖືວ່າ: ປະເທດ ເອີລົບຕາເວັນອອກນີ້ຈະຕ້ອງປະເຊີນໜ້າກັບປີ “ຫຍຸ້ງຍາກ”, ມັນກໍ່ສະແດງໃຫ້ເຫັນວ່າບັນດາຂໍ້ຕົກລົງຢຸດຍິງໂດຍບັນດາຝ່າຍຢູ່ ຢູແກຼນ ເຫັນດີເປັນເອກະສັນແຕ່ເດືອນ 9 ຜ່ານມາແມ່ນບໍ່ແນ່ນອນ.