ຢູແກຼນກຽມພ້ອມຊຸກຍູ້ການຮ່ວມມືດ້ານກະສິກຳກັບຫວຽດນາມ

ຢູແກຼນກຽມພ້ອມຊຸກຍູ້ການຮ່ວມມືດ້ານກະສິກຳກັບຫວຽດນາມ - ảnh 1
(ພາບປະກອບ)

(vovworld)- ​​ ຢູ​ແກຼນ​ກຽມ​ພ້ອມ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ກັບ​ຫວຽດ​ນາມ ນີ້​ແມ່ນ​ຄຳ​ຖະ​ແຫຼງ​ຂອງ​​ທ່ານລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ຢູ​ແກຼນ Olekxiy Pavlenco ທີ່​ການ​ພົບ​ປະ​ກັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຢູ​ແກຼນ ຫງວຽນ​ມິງ​ຈີ໋ , ໃນ​ວັນ​ທີ 22/10. ຕາມ​ທ່ານ Pavlenco ແລ້ວ, ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ​ລະ​ຫວ່າງ​ຢູ​ແກຼນ ແລະ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫ່​ຍຫຼວງ, ໃນ​ນັ້ນ ມີ​ທັງ​ແງ່​ຫວັງ​ກໍ່​ຄື​ກາ​ລະ​ໂອ​ກາດ​ແລກ​ປ່ຽນ​​ດ້ານການ​ຄ້າ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຂະ​ແໜງ. ຕາມ​ທ່ານ​ລັດ​ຖະ​ມົນ​ຕີ Pavlenco ແລ້ວ, ຢູ​ແກຼນ​ພວມ​ກະ​ກຽມ​ບັນ​ດາ​ເອກ​ກະ​ສານ​ທີ່​ຈຳ​ເປັນ ເພື່ອ​​ອະ​ນຸ​ຍາດ​ໃຫ້​ເລື່ອງ​ສົ່ງ​ສິນ​ຄ້າ​ກະ​ສິ​ກຳ​ເຖິງ​ຫວຽດ​ນາມ​ເປັນ​ປະ​ຈຳ. ທ່ານ Pavlenco ກໍ່​ໃຫ້​ຮູ້​ວ່າ: ວົງ​ເງິນ​ແລກ​ປ່ຽນດ້ານ​ກະ​ສິ​ກຳ ລະ​ຫວ່າງ​ຫວຽດ​ນາມ ແລະ ຢູ​ແກຼນ ໃນ 8 ເດືອນ​ຕົ້ນ​ປີ​ນີ້ ບັນ​ລຸ 41.6 ລ້ານ USD. ເຖິງ​ຢ່າງ​ໃດ​ກໍ່​ຕາມ ຕົວ​ເລກນີ້ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ​. ເພາະ​ສະ​ນັ້ນ, ລັດ​ຖະ​ມົນ​ຕີ​​ວ່າ​ການກະ​ຊວງ​ກະ​ສິ​ກຳ​ຢູ​ແກຼນ ສະ​ເໜີ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ສອງ​ຝ່າຍ​ຕ້ອງ​ຫັນ​ບັນ​ຊີ​ລາຍ​ຊື່​ສິນ​ຄ້າ​ ເພື່ອ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດເປັນຫຼາຍ​ຮູບຫຼາຍ​ແບບ, ໃນ​ນັ້ນ ຢູ​ແກຼນ​ພ້ອມ​ແລ້ວ​ທີ່​ຈະ​ເພີ່ມ​ສິນ​ຄ້າ​ກະ​ສິ​ກຳ ແລະ ອາ​ຫານ​ສົ່ງ​ອອກ​ມາ​ຍັງ​ຕະຫຼາດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ