ລັດຖະທຳມະນູນ ຫວຽດນາມ ຕ້ອງປົກປັກ ຮັກສາອະທິປະໄຕເຂດທະເລໝູ່ເກາະ
(ເມືອງເກາະ ເຈື່ອງຊາຂອງ ຫວຽດນາມ)
(vovworld) - ວັນທີ 01/02, ຢູ່ນະຄອນໂຮ່ຈິມິນ, ສະພາທີປຶກສາປະຊາທິປະໄຕກົດໝາຍ, ສັງກັດຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດກອງປະຊຸມຮັບເອົາຄຳເຫັນຂອງບັນດາຜູ້ຊົງຄຸນວຸດທິ, ນັກປັນຍາຊົນອັນດັບໜຶ່ງຢູ່ເຂດພາກໃຕ້ຫວຽດນາມ ກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ບັນດາຜູ້ແທນໄດ້ຕີລາຄາວ່າ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ມີຈຸດໃໝ່ຫຼາຍຢ່າງແລະ ບັນດາຜູ້ແທນກໍໄດ້ມີການປະກອບຄຳເຫັນທີ່ສຳຄັນໃສ່ຮ່າງລັດຖະທຳມະນູນ, ໃນນັ້ນມີຄຳບາງເຫັນຊີ້ແຈ້ງບັນຫາຈຳເປັນຕ້ອງສະແດງຄວາມຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລ ໝູ່ເກາະໃນຮ່າງລັດຖະທຳມະນູນສະບັບປັບປຸງ ຢ່າງຈະແຈ້ງ. ຕໍ່ໜ້າສະພາບການທີ່ສັບສົນຢູ່ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ໃນປະຈຸບັນ, ໃນຄຳນຳຂອງລັດຖະທຳມະນູນ ຕ້ອງຂຽນແຈ້ງຄວາມຕັດສິນໃຈປົກປັກຮັກສາອະທິປະໄຕທະເລ ໝູ່ເກາະຂອງຫວຽດນາມ.