ລັດຖະບານຊີຣີຖະແຫຼງກຽມພ້ອມການເຈລະຈາສັນຕິພາບ

ລັດຖະບານຊີຣີຖະແຫຼງກຽມພ້ອມການເຈລະຈາສັນຕິພາບ - ảnh 1
ລັດຖະບານຊີຣີຖະແຫຼງກຽມພ້ອມການເຈລະຈາສັນຕິພາບ
(ພາບ​ປະ​ກອບ: EPA/TTXVN)

(vovworld) - ລັດ​ຖະ​ບານ​ຊີ​ຣີ​ ຖະ​ແຫຼງ​ກຽມ​ພ້ອມ​​ດຳ​ເນີນບັນ​ດາການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ຝ່າຍ​ຄ້ານ. ວັນ​ທີ 24/07, ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ SANA, ໄດ້​ຄັດ​​ຄຳ​ຖະ​ແຫຼງ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ ໃຫ້​ຮູ້​ວ່າ, ປະ​ເທດນີ້ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ເຈະ​ລ​ຈາ​ເພື່ອ​ແນ​ໃສ່​ແກ້​ໄຂວິ​ກິດ​ການ​ຊີ​ຣີ ຫາກບໍ່​ມີ​ເງື່ອນ​ໄຂໃດໆ. ຄ​ຳ​ຖະ​ແຫຼງ​ໄດ້​ຢຶນ​ຢັນ​ຄື​ນ​ໃໝ່​ຄວາມ​ປາດ​ຖະ​ໜາ​ບັນ​ລຸ​ໄດ້​ມາດ​ຕະ​ການ​ດ້ານ​ກາ​ນ​ເມືອງ ເພື່ອ​ຕ້ອ​ບສະ​ໜອງ​ຄວາມ​ມຸ່ງ​ມາດ​ປ​າດ​ຖະ​ໜາ​ຂອງ​ປະ​ຊາ​ຊົ​ນ​ຊີ​ຣີ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ສະ​ຫະ​ປະ​ຊາ​ຊ​າດ ກໍ​ຄື​ປະ​ຊາ​ຄົ​ມ​ສາ​ກົນ.

ຂ່າວ/ບົດ​ອື່ນ