ລັດຖະບານຊີຣີຢັ້ງຢືນເຂົ້າຮ່ວມການເຈລະຈາສັນຕິພາບຢູ່ເຊີແນວ
(VOVWORLD) -ວັນທີ 28 ພະຈິກ, ລັດຖະບານຊີຣີ ໄດ້ຢັ້ງຢືນວ່າ ຈະເຂົ້າຮ່ວມຮອບເຈລະຈາສັນຕິພາບໃໝ່ ໂດຍສະຫະປະຊາດປົກປ້ອງຢູ່ເຊີແນວ, ປະເທດສະວິດ.
ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura
(ພາບປະກອບ: THX/ TTXVN)
|
ຄຳຢັ້ງຢືນດັ່ງກ່າວຖືກຍົກອອກມາ ພາຍຫຼັງທີ່ມີຂ່າວວ່າ ລັດຖະບານຊີຣີ ຈະບໍ່ເຂົ້າຮ່ວມຮອບເຈລະຈາຄັ້ງທີ 8 ນີ້ ກ່ອນນັ້ນໜຶ່ງວັນ, ໄດ້ປົກຄຸມໄປດ້ວຍເງົາເມືດໃນບັນດາຄວາມມານະພະຍາຍາມຂອງສະຫະປະຊາຊາດ ເພື່ອແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 6 ປີຢູ່ຊີຣີ. ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວ, ໂຄສົກຂອງສະຫະປະຊາຊາດ Alessandra Vellucci ໃຫ້ຮູ້ວ່າ, ປະຈຸບັນ ຄະນະຜູ້ແທນຂອງລັດຖະບານຊີຣີ ຍັງບໍ່ທັນມາຮອດສະວິດເທື່ອ, ແຕ່ທູດພິເສດສະຫະປະຊາຊາດກ່ຽວກັບຊີຣີ ທ່ານ Staffan de Mistura ໄດ້ຮັບແຈ້ງວ່າ, ຄາດວ່າ ເຂົາເຈົ້າອາດຈະມາສະວິດໃນວັນທີ 29 ພະຈິກ.