ລັດຖະບານຊີຣີ ແລະ ສປຊ ລົງນາມໃນຂໍ້ຕົກລົງກ່ຽວກັບກົນໄກເຮັດວຽກຂອງຄະນະນັກສັງເກດການ

ລັດຖະບານຊີຣີ ແລະ ສປຊ ລົງນາມໃນຂໍ້ຕົກລົງກ່ຽວກັບກົນໄກເຮັດວຽກຂອງຄະນະນັກສັງເກດການ - ảnh 1
ຄະນະ​ນັກ​ສັງ​ເກດ​ການ​​ສະຫະ​ປະຊາ​ຊາດທີ່ໄປ​ຍັງຊີຣີ
( ພາບ: REUTERS )


( vovworld ) –   ວັນ​ທີ 19/4,​​ ໂຄສົກ​ທູດ​ພິ​ເສດ​ຮ່ວມ​ຂອງ​ສະຫະ​ປະ​ຊາ​ຊາດ - ສະຫະພັນ​ອາຣັບ ​ໃຫ້​ຮູ້​ວ່າ ສະຫະ​ປະຊາ​ຊາດ ​ແລະ ລັດຖະບານ​ຊີຣີ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງກຳນົດ​ໜ້າ​ທີ່​ຂອງ​ຄະນະ​ນັກ​ສັງ​ເກດ​ການ​​ສະຫະ​ປະຊາ​ຊາດທີ່ໄປ​ຍັງຊີຣີ ​ເພື່ອ​ຕິດຕາມ​ກວດກາ​ການ​ປະຕິບັດຂໍ້​ຕົກລົງ​ຢຸດ​ຍິງ. ທ່ານ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຊີຣີ Faisal Mekdad ​ແລະ  ທ່ານຮອງ​ທີ່ປຶກສາ​ການ​ທະຫານ​ຂອງ​ຄະນະ​ຮັກສາ​ສັນຕິພາບ​ສະຫະ​ປະຊາ​ຊາດ Guha Abhijit ​ໄດ້​ລົງ​ນາມ​​ໃນຂໍ້​ຕົກລົງ​ນີ້ຢູ່ Damascus. ຂໍ້​ຕົກລົງ​ນີ້​ໄດ້​ຊີ້​ໃຫ້​ເຫັນ​​ບົດບາດໜ້າ​ທີ່​ຕ່າງໆຂອງບັນດາ​ນັກ​ສັງ​ເກດ​ການ​ເມື່ອ​ເຂົາ​​ເຈົ້າປະຕິບັດ​ພາລະ​ກຳຂອງ​ຕົນ​ຢູ່​ຊີຣີ ກໍ​ຄື​ບັນດາ​ພັນທະ ​ແລະ ໜ້າ​ທີ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງລັດຖະບານ​ຊີຣີ. ຂໍ້​ຕົກລົງ​ຈະ​ສ້າງພື້ນຖານ​ໃຫ້​ອານຸສັນຍາ​ກຳນົດ​ໜ້າ​ທີ່​ຂອງ​ຄະນະ​ນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ ​ເຊິ່ງຄາ​ດວ່າ​ເອກະສານ​ສະບັບ​ນັ້ນ​ຈະ​ເປີດ​​ຊ່ອງທາ​ງ​ໃຫ້​ແກ່​ບັນດານັກ​ສັງ​ເກ​ດການກວດ​ກາ​ສະພາບ​ຕົວ​ຈິງ​ຢູ່ສະຖານ​ທີ່ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຊີຣີ.

ຂ່າວ/ບົດ​ອື່ນ