(vovworld) - ວັນທີ 16/07, ລັດຖະບານຊົ່ວຄາວ ອີຢີບ ໄດ້ສະບານຕົວເຂົ້າດຳລົງຕຳແໜ່ງ. ພິທີສະບານຕົວເຂົ້າດຳລົງຕຳແໜ່ງຂອງລັດຖະບານຊົ່ວຄາວອີຢີບ ດຳເນີນໄປພາຍຫຼັງ 2 ອາທິດທີ່ທ່ານປະທານາທິບໍດີ Mohammed Morsi ຖືກປົດຕຳແໜ່ງ. ເຫດການດັ່ງກ່າວ ຖືກດຳເນີນໃນສະພາບທີ່ການໃຊ້ຄວາມຮຸ້ນແຮງຢູ່ອີຢີບ ພວມສືບຕໍ່ເກີດຂຶ້ນ, ພິເສດແມ່ນຢູ່ນະຄອນຫຼວງ ກາຍໂຣ. ກຳລັງປ້ອງກັນຄວາມສະຫງົບອີຢີບ ໄດ້ຈັບຕົວກວ່າ 400 ເປົ້າໝາຍ ໃນບັນດາການປະທະກັນ ເມື່ອບັນດາຜູ້ສະໜັບສະໜູນປະທານາທິບໍດີຖືກປົດຕຳແໜ່ງທ່ານ Mohammed Morsi ໄດ້ປະທະກັບກຳລັງປ້ອງກັນຄວາມສະຫງົບ ແລະ ບັນດາຜູ້ຄັດຄ້ານທ່ານ Morsi.