ລັດຖະບານ ອີຣານ ສຸມໃສ່ແກ້ໄຂບັນດາບັນຫາເສດຖະກິດ

(VOVWORLD) - ວັນທີ 04 ມັງກອນ, ບັນດາການເດີນຂະບວນດ້ວຍຂອບຂະໜາດໃຫຍ່ ສະໜັບສະໜູນລັດຖະບານ ອີຣານ ໄດ້ກ້າວເຂົ້າມື້ທີ 2
ລັດຖະບານ ອີຣານ ສຸມໃສ່ແກ້ໄຂບັນດາບັນຫາເສດຖະກິດ - ảnh 1 ການເດີນຂະບວນດ້ວຍຂອບຂະໜາດໃຫຍ່ ສະໜັບສະໜູນລັດຖະບານ ອີຣານ (ພາບ: AFP/TTXVN)

ພາຍຫລັງ ວົງການເຈົ້າໜ້າທີ່ຂອງປະເທດນີ້ ຖະແຫຼງວ່າ ກະແສຟອງແຫ່ຂະບວນປະທ້ວງການໃຊ້ຄວາມຮຸນແຮງຕ້ານອຳນາດການປົກຄອງໄດ້ຢຸດຕິລົງ ແລະ ລັດຖະບານພວມສຸມໃສ່ເຂົ້າໃນການແກ້ໄຂບັນດາຄວາມວິຕົກກັງວົນກ່ຽວກັບດ້ານເສດຖະກິດ, ຊຶ່ງແມ່ນສາຍເຫດທຳອິດ ທີ່ພາໃຫ້ເກີດບັນດາການແຫ່ຂະບວນປະທ້ວງໃນ 6 ວັນຜ່ານມາ.

        ອຳນາດການປົກຄອງ ອີຣານ ພວມພິຈາລະນາຄືນໃໝ່ ບັນດານະໂຍບາຍເສດຖະກິດຂອງທ່ານປະທານາທິບໍດີ Hassan Rouhani. ບັນດານັກການເມືອງເກືອບທັງໝົດ ລ້ວນແຕ່ຄັດຄ້ານການແຫ່ຂະບວນປະທ້ວງ, ນັບທັງຝ່າຍປະຕິຮູບກໍ່ກ່າວປະນາມຄວາມຮຸນແຮງ. ແຕ່ບາງຄົນກໍ່ໄດ້ຮຽກຮ້ອງໃຫ້ທ່ານ  Rouhani ແກ້ໄຂບັນດາບັນຫາກ່ຽວກັບເສດຖະກິດຂອງຜູ້ແຫ່ຂະບວນປະທ້ວງ. ໄດ້ມີບັນດາການກະທຳຢູ່ສະພາແຫ່ງຊາດ ແນໃສ່ສະກັດກັ້ນບັນດາມາດຕະການງົບປະມານ ຊຶ່ງທ່ານ Rouhani ປະກາດເມື່ອເດືອນກ່ອນ, ໃນນັ້ນ ມີການຫລຸດຜ່ອນສະຫວັດດີການສັງຄົມລົງ ແລະ ເພີ່ມລາຄາເຊື້ອເພິງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ