ລັດຖະມົນຕີ​ກະຊວງ​ການ​ເງິນ​ ໂອ້​ລົມ​ສົນທະນາ​ ໂດຍ​ກົງ​ກັບປະຊາຊົນ

ຕອນ​ບ່າ​ຍວັນ​ທີ 17/1, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ເວື​ອງດີ່ງ​ເວະ​ໄດ້​ໂອ້​ລົມ​ສົນທະນາ​ໂດຍ​ກົງ​ທາງ​ເຄືອ​ຄ່າ​ຍອິນ​ເຕີ​ແນັດ​ກັບ​ປະຊາຊົນ ທີ່​ປະຕູ​ຖານ​ຂໍ້​ມູນ​ລັດຖະບານ. ບັນດາ​ບັນຫາ​ທີ່​ເຄັ່ງຮ້ອນ​ຊື່​ງປະຊາຊົນ, ວິ​ສາ​ຫະກິດ​ມີ​ຄວາມ​ສົນ​ໃຈ​ແມ່ນ: ການ​ບໍລິຫານ​ລາຄາ​ໄຟຟ້າ, ນຳມັນ​ເຊື້ອ​ໄຟ​ໃນ​ປີ 2012, ການ​ຄຸ້ມ​ຄອງ​ລາຄາ​ສິນຄ້າ, ຕະຫຼາດ, ບັນຫາ​ໜູນ​ຊ່ວຍ​ວິ​ສາ​ຫະກິດ, ບໍລິຫານ​ນະ​ໂຍບາຍ​ປີ​ງົບປະມານ, ລາຍ​ຮັບ​ລາຍ​ຈ່າຍ​ງົບປະມານ….​ຕອບ​ຄຳ​ຖາມ​ກ່ຽວກັບການ​ເພີ່​ມລາຄາ​ໄຟຟ້າ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ເວື​ອງດີ່ງ​ເວະຢືນຢັນ​ວ່າ:   “ນອກຈາກ​ການ​ດັດປັບ​ລາຄາ​ໄຟຟ້າ​ຕາມ​ກົນ​ໄກ​ການ​ຕະຫຼາດ ​ເພື່ອ​ດຶງ​ດູດ​ເງິນ​ລົງທຶນ​ແລ້ວ, ລັດຖະບານ​ກໍ​ຕ້ອງ​ມີ​ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ທຸກ​ຍາກ. ລາຄາ​ໄຟຟ້າ​ໄດ້​ເພີ່ມ​ຂຶ້ນ​ແຕ່​ຢູ່​ໃນ​ລະດັບ​ຄວບ​ຄຸມ​ໄດ້ ​ແລະ​ລະດັບ​ເພີ່ມ​ຂຶ້ນ​ຄື​ແນວ​ໃດ​ແມ່ນ​ຕ້ອງ​ຄິດ​ໄລ່​ລະອຽດ. ຈຸດໝາຍ​ແມ່ນ ປີ 2013 ລາຄາ​ໄຟຟ້າ, ນ້ຳມັນ​ເຊື້ອ​ໄຟ​ຕ້ອງ​ໄປ​ຕາມຫຼັກການ​ຕະຫຼາດ​ໂດຍ​ພື້ນຖານ ​ແຕ່​ຕ້ອງ​ຮັບປະກັນ​ຈຸດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ຕ່ຳ​ກ່ວາ 10%

  ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ​ຫວຽດນາມ​ເວື​ອງດີ່ງ​ເວະ​ໃຫ້​ຮູ້​ວ່າ ທັດສະນະ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ກະຊວງ ​ແມ່​ນະ​ໂຍບາຍ​ພາສີ​ອາກອນ ຕ້ອງ​ແມ່ນ​ນະ​ໂຍບາຍ​ແນະນຳ, ລະດົມ​​ແຫ່ລງກຳລັງ, ສົ່ງ​ເສີມ​ການ​ພັດທະນາ​ການ​ຜະລິດ ດຳ​ເນີນ​ທຸລະ​ກິດ. ທ່ານ​​ໃຫ້​ຮູ້​ວ່າ ​ໃນ​ສະພາບ​ການ​ປະຈຸ​ບັນ, ​ໄພ​ເງິນ​ເຟີ້​​ໄດ້​ຫລຸດ​ລົງ​ແຕ່​ຍັງ​ຢູ່​ໃນ​ລະດັບ​ສູງ, ​ເສດຖະກິດ​ມະຫາ​ພາກ​ຍັງ​ຊ້ອມ​ແຝງ​ຄວາມ​ຜິດ​ປົກກະຕິ, ​ອັດຕາ​ດອກ​ເບັ້ຍບໍ່​ທັນ​ໄດ້​ຫລຸດ​ລົງ, ນະ​ໂຍບາຍ​ປີ​ງົບປະມານຕ້ອງ​ຮ່ວມ​ມື​ກັບ​ນະ​ໂຍບາຍ​ເງິນຕາ ​ແລະ​ມີ​ມາດ​ຕະການ​ຢ່າງ​ຂ້ຽວຂາດ ໜູນ​ຊ່ວຍ​ໃຫ້​ນະ​ໂຍບາຍ​ເງິນຕາ.
ຂ່າວ/ບົດ​ອື່ນ