ລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ ໃຫ້ຄຳໝັ້ນສັນຍາຈະພິພາກສາລົງໂທດບັນດາບຸກຄົນທີ່ເຂົ້າຮ່ວມການບຸກໂຈມຕີຢູ່ ໂນນ Capitol
(VOVWORLD) -ທ່ານ Merrick Garland ຜູ້ພິພາກສາສານອຸທອນສະຫະລັດ ໃຫ້ຮູ້ວ່າ ທ່ານຈະລົບລ້າງທຸກການກະທຳແຊກແຊງເຂົ້າບັນຫາການເມືອງຂອງກະຊວງ ຍຸຕິທຳ ໂດຍທ່ານ Donald Trump ປະໄວ້.
ຜູ້ແຫ່ຂະບວນປະທ້ວງ ເຕົ້າໂຮມກັນຢູ່ນອກຫໍສະພາແຫ່ງຊາດ ໃນວັນທີ 6 ມັງກອນ (ພາບ:THX/TTXVN) |
ວັນທີ 20 ກຸມພາ, ທ່ານ Merrick Garland - ຜູູ້ທີ່ໄດ້ຮັບການສະເໜີໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງ ຍຸຕິທຳ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາ ຈະເຮັດໃຫ້ການເຄື່ອນໄຫວຂອງກະຊວງຊື່ຕົງ ບໍ່ເພື່ອເປົ້າໝາຍການເມືອງ ແລະ ເດັດດ່ຽວສັ່ງຟ້ອງຂຶ້ນສານບຸກຄົນທີ່ສະໜັບສະໜູນອະດີດປະທານາທິບໍດີ Donald Trump ໃນການບຸກໂຈມຕີໂນນ Capitol ໃນເດືອນ ມັງກອນ 2021.
ໃນບົດກ່າວປາໄສ ກະກຽມໃຫ້ແກ່ວາລະປະຊຸມຢັ້ງຢືນຮັບດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຍຸຕິທຳ ອາເມລິກາ, ທ່ານ Merrick Garland ຜູ້ພິພາກສາສານອຸທອນສະຫະລັດ ໃຫ້ຮູ້ວ່າ ທ່ານຈະລົບລ້າງທຸກການກະທຳແຊກແຊງເຂົ້າບັນຫາການເມືອງຂອງກະຊວງ ຍຸຕິທຳ ໂດຍທ່ານ Donald Trump ປະໄວ້. ທ່ານ Merrick Garland ໃຫ້ຄຳໝັ້ນສັນຍາວ່າ ຖ້າຫາກ ທ່ານໄດ້ຮັບການຢັ້ງຢືນໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີກະຊວງຍຸຕິທຳ, ທ່ານຈະຕິດຕາມການສືບສວນບຸກຄົນທີ່ມີແນວຄວາມຄິດວ່າ ຄົນຜິວຂາວແມ່ນຄົນຊັ້ນສູງ ແລະ ບຸກຄົນທີ່ເຂົ້າຮ່ວມການບຸກໂຈມຕີໂນນ Capitol ໃນວັນທີ 6 ມັງກອນ ຜ່ານມາ. ທ່ານກໍໃຫ້ຮູ້ວ່າ ທ່ານຈະຊີ້ໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບັນດາການສືບສວນຂອງກົມສືບສວນສະຫະລັດ ອາເມລິກາ.