ລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ

(VOVWORLD) -ສ່ວນທ່ານ ເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຢັ້ງຢືນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການກ່ຽວຂ້ອງຂອງອາເມລິກາຢ່າງແຮງ. 
ລັດຖະມົນຕີກະຊວງຕໍາຫຼວດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ - ảnh 1 ທ່ານພົນເອກ ໂຕເລິມ, ລັດຖະໃຍຕີກະຊວງຕໍາຫຼວດຫວຽດນາມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink (TTXVN)

ໃນການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ເຊິ່ງໄດ້ດໍາເນີນໃນຕອນບ່າຍວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ, ລັດຖະໃຍຕີກະຊວງຕໍາຫຼວດຫວຽດນາມ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ ອາເມລິກາ ຈະສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເພື່ອປັບປຸງ ແລະ ພັດທະນາສາຍພົວພັນຮ່ວມມືລະຫວ່າງສອງປະເທດ, ກໍຄືການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການເຈົ້າໜ້າທີ່ ອາເມລິກາ  ກ່ຽວກັບບາງບັນຫາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສ່ວນທ່ານ ເອກອັກຄະລັດຖະທູດ ອາເມລິກາ Daniel Kritenbrink ຢັ້ງຢືນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕໍາຫຼວດຫວຽດນາມ ແລະ ບັນດາອົງການກ່ຽວຂ້ອງຂອງອາເມລິກາຢ່າງແຮງ, ຖືນີ້ແມ່ນປັດໄຈສໍາຄັນ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕາມທິດນັບມື້ນັບມີປະສິດທິຜົນ, ແທດຈິງກວ່າໃນບັນດາຂົງເຂດ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການພັດທະນາ ແລະ ນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ